ວັນທີ 20 ເມສາ 2024 ເຈົ້າຄອງນະຄອນຫຼວງ ລົງກວດກາຄວາມພ້ອມການສະຫຼອງຂົວມິດຕະພາບລາວ-ໄທແຫ່ງທີ 1 ຄົບຮອບ 30 ປີ

22/04/2024

ວັນທີ 20 ເມສາ 2024 ເຈົ້າຄອງນະຄອນຫຼວງ ລົງກວດກາຄວາມພ້ອມການສະຫຼອງຂົວມິດຕະພາບລາວ-ໄທແຫ່ງທີ 1 ຄົບຮອບ 30 ປີ

ຂໍ້ມູນຈາກໜັງສືພິມວຽງຈັນໃໝ່
ວັນທີ 20 ເມສາ 2024 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລົງກວດກາຄວາມພ້ອມການຈັດພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ -ໜອງຄາຍຄົບຮອບ 30 ປີ (8/4/1994-8/4/2024) ທີ່ຈະຈັດຂຶ້ນວັນທີ 21 ເມສາ 2024 ຖືກຕ້ອນຮັບໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ພ້ອມດ້ວຍຄະນະຮັບ ຜິດ ຊອບຈັດງານ ແລະ ຄະນະດ່ານ.
ໂອກາດນີ້ທ່ານເຈົ້າຄອງ ນວ ໄດ້ຮັບຟັງລາຍງານການກະ ກຽມຄວາມພ້ອມດ້ານຕ່າງໆການຈັດງານຂອງແຕ່ລະຄະ ນະກຳມະການກະກຽມຈັດງານ ໂດຍລວມແລ້ວມາຮອດປັດຈຸບັນທຸກຢ່າງມີຄວາມພ້ອມໂດຍພື້ນຖານເປັນຕົ້ນວາ ລະການຈັດງານຂອງຝ່າຍລາວ ແລະ ຝ່າຍໄທ ສະຖານທີ່ຈັດງານ ວຽກງານສາສະໜາ ການປະດັບປະດາສະຖານທີ່ ວຽກງານຖະແຫຼງຂ່າວຈັດວາງສະແດງຮູບພາບ ວຽກງານປ້ອງກັນ ວຽກງານຈະລາຈອນ ພາຫະນະຮັບໃຊ້ ການວາງສະແດງສິນຄ້າ ແລະ ອື່ນໆ.
ພາຍຫຼັງຮັບຟັງການລາຍງານຂອງແຕ່ລະພາກສ່ວນແລ້ວທ່ານເຈົ້າຄອງ ນວ ໄດ້ສະແດງຄວາມຊົມເຊີຍມາຍັງແຕ່ລະພາກສ່ວນທີ່ປະຕິບັດສຳເລັດໜ້າວຽກຂອງຕົນພ້ອມນີ້ທ່ານຍັງໄດ້ແລກປ່ຽນ ແລະ ເນັ້ນບາງບັນຫາທີ່ເຫັນວ່າຍັງບໍ່ທັນສອດຄ່ອງເພື່ອຈະໄດ້ພ້ອມກັນປັບປຸງແກ້ໄຂໃຫ້ທ່ວງທັນກັບເວລາ ເປັນຕົ້ນໃຫ້ສືບຕໍ່ກວດກາຄວາມພ້ອມຂອງແຕ່ ລະໜ້າວຽກຕື່ມ ທັງນີ້ເພື່ອເຮັດໃຫ້ງານສຳຄັນຄັ້ງນີ້ມີເນື້ອ ໃນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂົວມິດຕະພາບລາວ-ໄທແຫ່ງທີ 1 ເລີ່ມກໍ່ສ້າງເດືອນຕຸລາ 1991-ເດືອນມິຖຸນາ 1994 ແລະ ເປີດນໍາໃຊ້ວັນທີ 8 ເມສາ 1994 ມີມູນຄ່າກໍ່ສ້າງ 30 ລ້ານໂດລາສະຫະລັດ ເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານປະເທດອົດສະຕຣາລີ ຂົວມີຄວາມຍາວ 1.174 ແມັດ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ