ວັນ​ທີ 9 ເມ​ສາ 2024 ຮຽກຮ້ອງ ຫົວໜ່ວຍທຸລະກິດຮ້ານອາຫານ-ບັນເທິງ ເປັນເຈົ້າການປະຕິບັດຕາມລະບຽບຢ່າງເຂັ້ມງວດ

09/04/2024

ວັນ​ທີ 9 ເມ​ສາ 2024 ຮຽກຮ້ອງ ຫົວໜ່ວຍທຸລະກິດຮ້ານອາຫານ-ບັນເທິງ ເປັນເຈົ້າການປະຕິບັດຕາມລະບຽບຢ່າງເຂັ້ມງວດ

ຂໍ້ມູນຈາກໜັງສືພິມວຽງຈັນທຸລະກິດ-ສັງຄົມ
 
ວັນທີ 6 ເມສາ 2024 ຜ່ານມາ ຄະນະສະເພາະກິດແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ ແລະ ບັນເທິງ ຢູ່ນະຄອນຫຼວງວຽງຈັນ (ຈຸທີ2) ນຳໂດຍທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມແກ້ໄຂບັນຫາສຽງເນືອງນັນຢູ່ເຂດເມືອງໄຊທານີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ການລົງຕິດຕາມກາຄັ້ງນີ້ ໄດ້ອີງໃສ່ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 940/ຈນວ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຕິດຕາມ ແລະ ແກ້ໄຂ ສຽງດັງເນືອງນັນໃນທຸລະກິດ ຮ້ານອາຫານ ຮ້ານບັນເທີງຢູ່ໃນນະຄອນຫຼວງວຽງຈັນ ຜ່ານການລົງຕິດຕາມກວດກາຕົວຈິງໄດ້ພົບເຫັນຮ້ານທີ່ຍັງລະເມີດການເປີດ-ປີດບໍລິການກາຍໂມງເວລາກຳນົດ ແລະ ມີສຽງດັງເນືອງນັນທີ່ບໍ່ຖືກຕ້ອງຕາມລະບຽບການໃນນັ້ນປະກອບມີ: ຮ້ານເຣດ 9199 ຮ້ານຕົ້ນຕໍເຫຼົ້າ ຮ້ານພ້ອມເພັງ ຮ້ານທ໋ອບວັນ ແລະ ຮ້ານປີ້ງເປັດຖິງຖິງ ຈາກນັ້ນທາງເຈົ້າໜ້າທີ່ຄະນະສະເພາະກິດ ຈຶ່ງໄດ້ເຮັດບົດບັນທືກ ແລະ ອອກໜັງສືເຊີນໃຫ້ເຈົ້າຂອງທຸລະກິດດັ່ງກ່າວໄປຮັບຟັງຄຳແນະນຳກ່າວເຕືອນຕາມລະບຽບຂັ້ນຕອນຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
ໂອກາດນີ້ ທ່ານ ພັນໂທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກສະກັດກັ້ນ ແລະ ປາບ ປາມຢາເສບຕິດ ນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງບັນດາຮ້ານທີ່ຍັງບໍ່ປະຕິ ບັດ ແລະ ໃຫ້ການຮ່ວມມືກັບຄະນະສະເພາະກິດ ຕ້ອງເປັນເຈົ້າການເອົາໃຈປະຕິບັດຕາມລະບຽບຢ່າງເຂັ້ມງວດ ພ້ອມນີ້ກໍໃຫ້ປະຊາຊົນມີສ່ວນຮ່ວມນຳກັນໂດຍສະເພາະການຊ່ວຍຕິດຕາມ ແລະ ສົ່ງຂ່າວຕໍ່ເຈົ້າໜ້າທີ່ ຖ້າຫາກພົບເຫັນການເຄື່ອນໄຫວບໍ່ຖືກຕ້ອງໄດ້ແຈ້ງກັບເຈົ້າໜ້າທີ່ ເພື່ອແນໃສ່ແກ້ໄຂບັນຫາສຽງເນືອງນັນຈາກທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງໃນນະຄອນຫຼວງວຽງຈັນໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ