ຜູ້ປະກອບການທຸລະກິດຮ້ານອາຫານ-ຮ້ານບັນເທີງ ໃຫ້ການຮ່ວມມືເປັນຢ່າງດີ
25/03/2024
ຂໍ້ມູນຈາກ ໜສພ ວຽງຈັນໃໝ່
ວັນທີ 22-23 ມີນາ 2024 ຄະນະສະເພາະກິດ ແກ້ໄຂສຽງດັງເນື່ອງນັນ ປະຈຳເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນຳໂດຍທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ) ຫົວໜ້າຈຸ 3 ພ້ອມເຈົ້າໜ້າທີ່ຕຳຫຼວດ ປກສ ນວ ປກສ ເມືອງ ຫ້ອງການ ຖວທ ເມືອງ ໄດ້ສືບຕໍ່ລົງຕິດຕາມ ກວດກາ ແລະ ແກ້ໄຂສຽງດັ່ງເນື່ອງນັນ ຢູ່ບັນດາຮ້ານອາຫານ-ຮ້ານບັນເທີງ ທີ່ເຄີຍຖືກກ່າວເຕືອນ ແລະ ເຮັດບົດບັນທຶກ ປັບໄໝມາກ່ອນໜ້ານີ້ ລວມທັງໝົດ 20 ຮ້ານ.
ຜ່ານການລົງຕິດຕາມ ກວດກາຂອງຄະນະຄັ້ງນີ້ ເຫັນວ່າຜູ້ປະກອບການທຸລະກິດຮ້ານອາຫານ-ຮ້ານບັນເທີງ ຢູ່ 2 ເມືອງດັ່ງກ່າວ ແມ່ນໄດ້ປະຕິບັດລະບຽບຕາມທາງການກຳນົດໄວ້ໂດຍພື້ນຖານ ເຊັ່ນ: ເປີດບໍລິການບໍ່ກາຍໂມງ ແລະ ເປີດເຄື່ອງສຽງເກີນກໍານົດ ທີ່ຈະສົ່ງຜົນປະທົບຕໍ່ພໍ່ແມ່ປະຊາຊົນທີ່ອາໃສຢູ່ເຂດໃກ້ຄຽງກັບສະຖານທີ່ບໍລິການ ພ້ອມດຽວກັນນີ້ ຄະນະສະເພາະກິດ ຍັງໄດ້ກ່າວເຕືອນເຈົ້າຂອງຮ້ານຈຳນວນ ໜຶ່ງທີ່ຍັງລະເມີດຕໍ່ລະບຽບການ ໃຫ້ປະຕິບັດຕາມກົດລະບຽບທີ່ທາງຂັ້ນເທິງກຳນົດໄວ້ຢ່າງເຂັ້ມງວດ.
ການລົງຕິດຕາມ ກວດກາຂອງຄະນະຄັ້ງນີ້ ໂດຍອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 940/ຈນວ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຕິດຕາມ ກວດກາ ແລະ ແກ້ໄຂສຽງດັ່ງເນື່ອງນັນ ໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ໃນນະຄອນຫຼວງວຽງຈັນ ເພື່ອແກ້ໄຂບັນດາຮ້ານອາຫານ ແລະ ຮ້ານບັນເທີງ ທີ່ດຳເນີນທຸລະກິດຜິດລະບຽບຄື: ບໍ່ມີໃບອະນຸຍາດດຳເນີນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ເປີດບໍລິການກາຍໂມງທີ່ໄດ້ກຳນົດ ເສບດົນຕຣີ ຫຼື ເປີດເຄື່ອງສຽງດັງກາຍລະບຽບທີ່ກຳນົດ ເສບດົນຕຣີ ເປີດເຄື່ອງສຽງກາຍໂມງ ແລະ ມີສຽງດັ່ງເນື່ອງນັນ.
ສຳລັບສາຍດ່ວນຄະນະຮັບຜິດຊອບແກ້ໄຂສຽງເນື່ອງນັນ ຢູ່ເມືອງສີສັດຕະນາກ 020 5571 1483 020 2822 2949 ເມືອງຫາດຊາຍຟອງ 020 5488 2559 020 5831 7797 ພະແນກຕຳຫຼວດ ທ່ອງທ່ຽວ ນວ 020 9999 0322 020 5677 6222.




