ຄະນະພະແນກ ຖວທ ນວ ເຂົ້າຮ່ວມງານເປີດປີທ່ອງທ່ຽວລາວ ແຂວງສະຫວັນນະເຂດ

13/03/2024

ຄະນະພະແນກ ຖວທ ນວ ເຂົ້າຮ່ວມງານເປີດປີທ່ອງທ່ຽວລາວ ແຂວງສະຫວັນນະເຂດ

                                                                                                                                                                                                                                                                                                                                                  ຂໍ້ມູນຈາກ ໜສພ ວຽງຈັນໃໝ່

             ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ນໍາພາຄະນະວິຊາການ ເຂົ້າຮ່ວມພິທີເປີດປີທ່ອງທ່ຽວລາວ 2024 ແຂວງສະຫວັນນະເຂດ ຕິດພັນກັບງານສະຫວັນສຸກສັນຫັນສາ ພາຍໃຕ້ຄໍາຂວັນ “ທ່ອງທ່ຽວລາວ-ທ່ອງທ່ຽວແຂວງສະຫວັນນະເຂດ ປອດໄພ ມ່ວນຊື່ນ-ຊື່ນໃຈໃນວັດທະນະທຳ ທຳມະຊາດ ແລະ ປະຫວັດສາດ ວັນທີ 9-11 ມີນາ 2024 ຢູ່ເທສະບານຕົວເມືອງເກົ່າ ນະຄອນໄກສອນພົມວິຫານ. ປີທ່ອງທ່ຽວລາວ 2024 ຂອງແຂວງສະຫວັນນະເຂດ ໄດ້ກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນ-ມີຮູບນັກທ່ອງທ່ຽວ ເປັນສັນຍາລັກການທ່ອງທ່ຽວໂດດເດັ່ນດ້ານແຫຼ່ງທ່ອງທ່ຽວ ແລະ ອາຫານທີ່ເປັນເອກະລັກສະເພາະຂອງແຂວງ ປະກອບມີ 26 ກິດຈະກໍາ ໃນນີ້ມີ 2 ກິດຈະກໍາລະດັບຊາດ 9 ກິດຈະກໍາລະດັບແຂວງ 15 ກິດຈະກໍາລະດັບເມືອງ-ນະຄອນ ສະເພາະກິດຈະກໍາໃນໂອກາດເປີດງານຄັ້ງນີ້ ລວມມີການສະແດງສິລະປະ-ວັນນະຄະດີ ການສະແດງກ້ອນກໍາລັງສວນສະໜາມຕົວແທນຂອງພະແນກການ ເມືອງ-ນະຄອນ ຊັ້ນຄົນຕ່າງໆ ລວມ 1.058 ກວ່າຄົນ ແລະ ອື່ນໆ ສໍາລັບງານສະຫວັນສຸກສັນຫັນສາ ຈັດຂຶ້ນວັນທີ 10-17 ມີນາ 2024 ມີກິດຈະກໍາສໍາຄັນ ຄື: ງານຕະຫຼາດນັດວາງສະແດງ ຈໍາໜ່າຍສິນຄ້າ ແລະ ເທສະການອາຫານໂດຍມີຜູ້ປະກອບການຫ້າງຮ້ານພາຍໃນແຂວງທັງພາກລັດ ແລະ ເອກະຊົນ ການໃສ່ບາດພະສົງ 108 ອົງ ຢູ່ແຄມນໍ້າຂອງໃນແຕ່ລະເຊົ້າ ຊົມການສະແດງສິລະປະ-ວັດທະນະທໍາຈາກພາກສ່ວນຕ່າງໆແຕ່ລະຄໍ່າຄືນ ການແຂ່ງຂັນຟ້ອນກອງຕຸ້ມ-ກອງຫາງພື້ນບ້ານ ການແຂ່ງຂັນເປົ່າແຄນ ການສະແດງ ລົງຄວ້າງເຂັນຝ້າຍ ວິຖີຊີວິດຂອງຊົນເຜົ່າຜູ້ໄທ ການແຂ່ງຂັນເທສະການອາຫານພື້ນບ້ານ ເປັນຕົ້ນ: ປີ້ງໄກ່ແຊບເຊໂນ ຕໍາໝາກຫຸ່ງ-ໝາກຖົ່ວ ແລະ ອາຫານອື່ນໆ ຖະໜົນຄົນຍ່າງຂອງພີ່ນ້ອງສະມາຄົມຊາວຫວຽດນາມ ແລະ ສະມາຄົມຊາວຈີນ ເພື່ອຈໍາໜ່າຍ-ບໍລິການອາຫານອັນແຊບຊ້ອຍ ທີ່ເປັນເອກະລັກສະເພາະຕົວຂອງຊາວຫວຽດກຽວ ແລະ ຊາວຈີນ ນອກນີ້ຍັງມີສໍາມະນາຫົວຂໍ້ “ການພັດທະນາການທ່ອງທ່ຽວຂອງແຂວງ” “ຜ້າຝ້າຍງາມແທ້ເຮີ້ຍ” ກິດຈະກໍາຫຼິ້ນເກມ ເຝິກທັກສະສໍາລັບເດັກນ້ອຍ ການສະແດງ “ພາຫະນະເກົ່າຍ້ອນຍຸກ” “ເຈັດສະກີໃນແມ່ນໍ້າຂອງ” ວາງສະແດງຮູບແຕ້ມຂອງກຸ່ມສິລະປິນແຕ້ມຮູບທີ່ມີຊື່ສຽງພາຍໃນ ແລະ ຕ່າງປະເທດ ການຍ່າງແບບການກຸສົນການນຸ່ງເຄື່ອງຍ້ອນຍຸກທົດສະວັດທີ 70-80 ແລະ ປະມູນເຄື່ອງໃຊ້ສອຍ ຟ້ອນລໍາວົງສາມັກຄີມ່ວນຊື່ນ ແລະ ອື່ນໆ. ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ກ່າວເປີດປີທ່ອງທ່ຽວລາວ 2024 ຂອງແຂວງສະຫວັນນະເຂດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີ ຮັບແຂກບ້ານ-ແຂກເມືອງດ້ວຍຄວາມຍິ້ມແຍ້ມແຈ່ມໃສ ໂອບເອື້ອອາລີ ມີນ້ຳໃຈໄມຕີຈິດມິດຕະພາບ ມີນ້ຳໃຈນອບນ້ອມຕາມປະເພນີອັນດີງາມຂອງແຂວງສະຫວັນນະເຂດ ເຮັດໃຫ້ນັກທ່ອງທ່ຽວ ຮູ້ສຶກອົບອຸ່ນ ມີຄວາມສະບາຍໃຈ ປອດໄພ ຮູ້ສຶກເໝືອນຢູ່ບ້ານຢູ່ເຮືອນຂອງຕົນເອງ ສ້າງຄວາມປະທັບໃຈ ມາທ່ຽວແລ້ວມາທ່ຽວອີກ ເພື່ອໃຫ້ແຂວງສະຫວັນນະເຂດພັດທະນາຢ່າງໝັ້ນທ່ຽງ ຍືນຍົງ ແລະ ກ້າວໄປໜ້າຢ່າງແຈ່ມໃສ ມາທ່ອງທ່ຽວແຂວງສະຫວັນນະເຂດ ຕາມຄຳໂຄງທ່ອງທ່ຽວ 3 ໄຫວ້ 4 ເບິ່ງ 5 ຊົມ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ