ແຂວງຢູນນານຊ່ວຍເຫຼືອໄຟເຍືອງທາງພະລັງງານແສງຕາເວັນເດີ່ນພະທາດຫຼວງ

27/02/2024

ແຂວງຢູນນານຊ່ວຍເຫຼືອໄຟເຍືອງທາງພະລັງງານແສງຕາເວັນເດີ່ນພະທາດຫຼວງ

ຂໍ້ມູນຈາກໜັງສືພິມວຽງຈັນໃໝ່
 
ພິທີມອບ-ຮັບໂຄງການຊ່ວຍເຫຼືອໄຟເຍືອງທາງພະລັງງານແສງຕາເວັນທີ່ເດີນພະທາດຫຼວງ ສປປ ລາວ ຂອງໂຄງການໃຈປະສານໃຈຢູູນນານ ໄດ້ຈັດຂຶ້ນວັນທີ 25 ກຸມພາ 2024 ທີ່ ເດີ່ນພະທາດຫຼວງ ເປັນກຽດມອບ-ຮັບໂດຍ ທ່ານ ຫວາງ ຢູ້ໂປ ເຈົ້າແຂວງແຂວງຢູນນານ ແລະ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ມີ ການນໍານະຄອນຫຼວງວຽງຈັນ ແລະ ແຂວງຢູນນານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຊ່ວຍເຫຼືອໄຟເຍືອງທາງພະລັງງານແສງຕາເວັນເດີ່ນພະທາດຫຼວງ ເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກ ແຂວງຢູນນານ ສປ ຈີນ ແມ່ນໂຄງການໃນແຜນຂອງໂຄງການໃຈປະສານໃຈຢູນນານ ໂດຍແມ່ນສະມາຄົມພົວພັນມິດຕະພາບກັບຕ່າງປະເທດປະຊາຊົນແຂວງຢູນນານເປັນຜູ້ໃຫ້ການຊ່ວຍເຫຼືອໂຄງການດັ່ງກ່າວ ແລະ ກຸ່ມບໍລິສັດກໍ່ສ້າງລົງທຶນ ແລະ ຖືຮຸ້ນແຂວງຢູນນານຈຳກັດເປັນຜູ້ຮັບ ເໝົາກໍ່ສ້າງ ພະແນກພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນເປັນຜູ້ຈັດຕັ້ງຄຸ້ມຄອງ ເຊິ່ງໂຄງການແມ່ນໄດ້ປະກອບຕິດຕັ້ງດອກໄຟເຍືອງທາງພະລັງງານແສງຕາເວັນຈຳນວນ 120 ຕົ້ນ ແຕ່ລະຕົ້ນສູງ 6,5 ແມັດ ແລະ ດອກໄຟ 60 W -LED ໃຊ້ເວລາ 24 ວັນໃນການປະກອບການຕິດຕັ້ງຈົນສຳເລັດ ແລະ ໄດ້ເຮັດການກວດກາມອບຮັບນຳໃຊ້ໃນວັນທີ 21 ພະຈິກ 2023 ເຊິ່ງໂຄງການນີ້ໄດ້ຊ່ວຍປັບປຸງໃຫ້ເດີ່ນພະທາດຫຼວງໃຫ້ຍາມຄໍ່າຄືນມີແສງສະຫວ່າງຂຶ້ນ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການມາຜັກຜ່ອນ ທັງເປັນການໂຄສະນາເຜີຍແຜ່ດ້ານຄວາມສຳພັນມິດຕະພາບຂອງສອງຊາດລາວ-ຈີນ ຜັນຂະຫຍາຍເນື້ອໃນຈິດໃຈການເປັນສູນກາງການກະຈາຍບົດບາດຂອງແຂວງຢູນນານ ແລະ ພາລະບົດບາດໃນການຈັດຕັ້ງປະຕິບັດຕາມແຜນແມ່ບົດການເປັນຄູ່ຮ່ວມຊາຕາກຳລາວ-ຈີນໄດ້ເປັນຢ່າງດີ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ