ນະຄອນຫຼວງວຽງຈັນ ປະດັບຫຼຽນໄຊ ແລະ ຫຼຽນກາແຮງງານ ໃຫ້ແກ່ຜູ້ມີຜົນງານດີເດັ່ນ ໃນບັ້ນກະກຽມ - ດຳເນີນກອງປະຊຸມອາຊຽນ

19/05/2026

ນະຄອນຫຼວງວຽງຈັນ ປະດັບຫຼຽນໄຊ ແລະ ຫຼຽນກາແຮງງານ ໃຫ້ແກ່ຜູ້ມີຜົນງານດີເດັ່ນ ໃນບັ້ນກະກຽມ - ດຳເນີນກອງປະຊຸມອາຊຽນ

ທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມພິທີປະດັບຫຼຽນໄຊແຮງງານ ແລະ ຫຼຽນກາແຮງງານບັ້ນກະກຽມ ແລະ ດຳເນີນກອງປະຊຸມອາຊຽນທີ່ ສປປ ລາວ ເປັນປະທານ ຈັດຂຶ້ນວັນທີ 18 ພຶດສະພາ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນວ ມີປະທານ ຮອງປະທານຄະນະກຳມະການປົກຄອງ ນວ ເມືອງ ແລະ ພະນັກງານກ່ຽວຂ້ອງ.
ໃນພິທີ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າຄະນະຈັດຕັ້ງ ນວ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ I ແລະ ຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນພັດທະນາ ນວ ໃນນັ້ນໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ ທ່ານ ປຣະເສີດ ບັນຈົງພັກດີ ຜູ້ກໍ່ຕັ້ງທັງເປັນປະທານບໍລິສັດຫຍ້າສີຟ້າ ທີ່ມີຜົນງານໃນການອອກແບບສະຖາປັດຕະຍະກໍາທີ່ເປັນເອກະລັກພົ້ນເດັ່ນ ຂອງ ສປປ ລາວ ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ທ່ານ ປະສາດໄຊ ພິລາພັນເດຊ ຜູ້ອຳນວຍການບໍລິສັດລາວໂຕໂຍຕ້າບໍລິການ ຈຳກັດ ທີ່ມີຜົນງານປະກອບສ່ວນໃນໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນບ້ານ ສົມສະຫວາດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈາກນັ້ນກໍໄດ້ປະດັບຫຼຽນໄຊແຮງງານຊັ້ນ II ຊັ້ນ III ແລະ ຫຼຽນກາແຮງງານໃຫ້ແກ່ຜູ້ມີຜົນງານດີເດັ່ນໃນບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປ ປ ລາວ ໃນປີ 2024 ຜ່ານມາ ໃນນັ້ນໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ຄະນະນຳ ນວ 9 ທ່ານຄື ທ່ານ ອາດສະພັງທອງ ສີພັນດອນ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະ ການປົກຄອງ ນວ ພ້ອມດ້ວຍຄະນະນຳ ນວ 7 ທ່ານ.
ພ້ອມນັ້ນກໍໄດ້ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ບັນດາຄະນະນໍາ ນວ 105 ທ່ານ ແລະ ປະດັບຫຼຽນກາແຮງງານ 14 ທ່ານຕື່ມອີກ ທັງນີ້ກໍເພື່ອຢັ້ງຢືນເຖິງເຫັນຜົນງານອັນດີເດັ່ນຂອງບັນທ່ານທີ່ໄດ້ໃນການປະກອບສ່ວນດ້ານເຫື່ອແຮງ ສະຕິປັນຍາ ແລະ ງົບປະມານເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ