ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນໃນການຂຽນຂ່າວບັນຫາສີຂຽວ
27/06/2025
ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄນາໆຊາດຈັດພິທີເປີດຊຸດເຝິກອົບຮົມນັກຂ່າວ ພາຍໃຕ້ຫົວຂໍ້ ການບາຍງານຂ່າວບັນຫາສີຂຽວ ໃຫ້ແກ່ນັກຂ່າວຢູ່ພາກກາງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໂດຍການມີສ່ວນ ຮ່ວມຂອງອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປລາວ ຈັດຂຶ້ນລະຫວ່າງວັນທີ 23-27 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ ມີທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍວິທະຍາກອນ ສຳມະ ນາກອນຈາກ 4 ແຂວງພາກກາງ (ນະຄອນຫຼວງວຽງຈັນ ວຽງ ຈັນ ບຊລິຄຳໄຊ ແລະ ແຂວງໄຊສົມບູນ ຜູ້ຕາງໜ້າອົງການແຄນາໆຊາດ ເຂົ້າຮ່ວມ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວວ່າ ເພື່ອສືບຕໍ່ຍົກລະ ດັບຄວາມຮູ້ຄວາມສາມາດ ແລະ ທັກສະໃຫ້ນັກຂ່າວໃນການນໍາໃຊ້ອຸປະກອນ ແລະ ເຄື່ອງມືທີ່ທັນສະໄໝໃນຍຸກດິຈິຕອນ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຜະລິດຂ່າວ-ຜະລິດບົດດ້ວຍຫຼາກຫຼາຍວິທີ ຫຼາຍຮູບແບບສີສັນ ແລະ ກະຈາຍຜ່ານຫຼາຍລະບົບສື່ສານໄປເຖິງກຸ່ມເປົ້າໝາຍໃນສັງຄົມທັງພາຍໃນ ແລະຕ່າງປະເທດ ໂດຍ ສະເພາະການພັດທະນາສີຂຽວຍືນຍົງ.

ບັນດາຫົວຂໍ້ທີ່ນໍາມາສະເໜີໃນຊຸດເຝິກອົບຮົມໃນ ຄັ້ງມີ ບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ ການພັດທະນາສີຂຽວຢືນຍົງ ແລະ ບັນຫາສິ່ງແວດລ້ອມ ຄວາມປອດໄພໃນການໃຊ້ສື່ສັງຄົມອອນລາຍ ການຄຸ້ມຄອງສື່ ຈັນຍາບັນນັກຂ່າວ ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນ ວຽກງານສື່ ຜະລິດບົດເລື່ອງສັ້ນໃນຮູບ ແບບຕ່າງໆສໍາລັບສື່ອອນລາຍພ້ອມນັ້ນ ຍັງຈະໄດ້ໄປທັດສະນະ ສຶກສາໃນຫົວຂໍ້ ທ່ອງທ່ຽວສີຂຽວຢືນຍົງ (Green and Sustainable Eco-tourism) ຢູ່ເມືອງວັງວຽງ ແຂວງວຽງຈັນ ເພື່ອໄປເກັບກຳຂໍ້ມູນມາຜະລິດເປັນຄລິບວີດີໂອເລື່ອງສັ້ນ (Storytelling) ອອກໃສ່ສື່ຕ່າງໆເຊັ່ນ ເຟສບຸກ ຢູ່ທູບ ເວັບໄຊ ທີ່ສໍາມະນາກອນສັງກັດ ແລະ ສົ່ງໄປ ແຂ່ງຂັນ ໂດຍຈະມີລາງວັນທີ 1 ທີ 2 ທີ 3 ແລະ ລາງວັນຊົມເຊີຍ ບົດໃດທີ່ຖືກຄັດເລືອກໄດ້ລາງວັນທີ 1 ຫາ ທີ 3 ເຈົ້າຂອງບົດຈະໄດ້ສືບຕໍ່ໄປທັດສະນະສຶກສາ) ສສ ຫວຽດນາມໃນທ້າຍປີນີ້ ຫຼື ຕົ້ນປີໜ້າ ປີຜ່ານມາເຈົ້າຂອງບົດທີ່ໄດ້ຮັບລາງວັນແມ່ນໄດ້ໄປທັດສະນະສຶກ ສາຢູ່ປະເທດໄທ ການເຝິກອົບຮົມຄັ້ງນີ້ຈະຊ່ວຍໃຫ້ນັກຂ່າວຈາກ ພາກກາງໄດ້ນໍາເອົາຄວາມ ຮູ້ຄວາມສາມາດຈາກບັນດາອາຈານໄປນຳໃຊ້ເຂົ້າໃສ່ວຽກວິຊາສະເພາະຂອງຕົນໃຫ້ເກີດປະໂຫຍດສູງ ສຸດ.

