ຮາກຖານພະແນກ ຖວທ ນວ ໄດ້ຮັບໃບຢັ້ງຢືນ 4 ບຸກ ປະຈໍາປີ 2024

06/06/2025

ຮາກຖານພະແນກ ຖວທ ນວ ໄດ້ຮັບໃບຢັ້ງຢືນ 4 ບຸກ ປະຈໍາປີ 2024

ພິທີປະກາດ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດຂຶ້ນໃນວັນທີ 6 ມິຖຸນາ 2025 ຢູ່ພະແນກ ຖວທ ນວ ມີທ່ານນາງ ວຽງພອນ ແກ້ວຄູສີ ຫົວໜ້າພະແນກ ຖວທ ນວ ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນວ ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ກອງວິຊາການ ຫົວໜ້າໜ່ວຍຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມຮາກຖານ ເຂົ້າຮ່ວມ.
ທ່ານ ເທວາ ສີສຸລາດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານ ພະແນກ ຖວທ ນວ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ວ່າ:ໃນຖານະເປັນເສນາທິການ ໃຫ້ແກ່ຄະນະພັກ ຄະນະຊາວໜຸ່ມ ມີພາລະບົດບາດໃນການສຶກສາອົບຮົມຄຸນທາດການເມືອງ ມູນເຊື້ອອັນດີງານຂອງຊາດໃຫ້ແກ່ສະມາຊິກຊາວໜຸ່ມໃຫ້ຮັບຮູ້ ແລະ ເຂົ້າໃຈ ເປັນຜູ້ປຸກລະດົມເຕົ້າໂຮມຄວາມສາມັກຄີຊາວໜຸ່ມບັນດາເຜົ່າ ເປັນຜູ້ຈັດຕັ້ງ ນໍາພາໂດຍກົງ ຮອບດ້ານຕໍ່ການຈັດຕັ້ງການເຄື່ອນໄຫວຂອງຊາວໜຸ່ມເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ ມີສິດ ແລະ ໜ້າທີ່ໃນການຄົ້ນຄວ້າ ສະເໜີແຜນການໃນການພັດທະນາຊາວໜຸ່ມ ສຶກສາອົບຮົມຊາວໜຸ່ມໃຫ້ມີຄຸນສົມບັດສິນທຳປະຕິ ວັດ ນ້ຳໃຈຮັກຊາດ ຮັກລະບອບປະຊາທິປະໄຕປະຊາຊົນ ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງານຂອງຊາດ ໂຄງປະກອບການຈັດຕັ້ງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານພະແນກ ຖວທ ນວ ປະກອບມີ 7 ສະຫາຍ ຍິງ 1 ສະຫາຍ ເຊິ່ງປະກອບມີ 1 ຮາກຖານມີ 7 ໜ່ວຍຂຶ້ນກັບມີສະມາຊິກຊາວໜຸ່ມທັງໝົດ 66 ສະຫາຍ ຍິງ 35 ສະຫາຍ ມີ 1 ກອງອາສາສະໝັກຊາວໜຸ່ມຕະລຸມບອນ 10 ສະຫາຍ.
ຜ່ານການຈັດຕັ້ງປະຕິບັດ ແລະ ການປະເມີນກວດກາ 4 ບຸກໃນສົກປີ 2024 ທີ່ຕິດພັນກັບການຮັກຊາດ ແລະພັດທະນາໃນໄລຍະຜ່ານມາ ຄະນະຊາວໜຸ່ມຮາກຖານພະແນກ ຖວທ ນວ ສາມາດສັງລວມດ້ານດີຕັ້ງໜ້າ ແລະ ຂໍ້ຄົງຄ້າງ ແຕ່ລະເດືອນເພື່ອຕຳນິສົ່ງຂ່າວ ກໍ່ສ້າງເຊິ່ງກັນ ແລະ ກັນ ສະມາຊິກຊາວໜຸ່ມພວກເຮົາສ່ວນຫຼາຍກໍແມ່ນພະນັກງານ-ລັດຖະກອນ ທີ່ມີເງິນເດືອນເປັນຕົ້ນຕໍ ໃນການສ້າງເສດຖະກິດຄອບຄົວເສີມກໍແຕກຕ່າງກັນໄປ ເປັນຕົ້ນແມ່ນ: ປູກຝັງ ລ້ຽງ ສັດ ຂຽນບົດຂ່າວ ໂຄສົກ ແລະ ສອນເພີ່ມ.
ສໍາລັບທິດທາງແຜນການໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ສືບຕໍ່ເພີ່ມທະວີເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ແນວທາງນະໂຍບາຍ ມູນເຊື້ອຂອງພັກຂອງຊາດລະບຽບກົດໝາຍ ບັນດາມະຕິ ຄຳສັ່ງຂອງພັກ ມູນເຊື້ອຕໍ່ສູ້ພິລະອາດຫານຂອງພັກຂອງກອງທັບ ແລະ ປະຊາຊົນ ເພື່ອເພີ່ມທະວີນໍ້າໃຈຮັກຊາດ ຮັກລະບອບປະຊາທິປະໄຕ ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ບຸກບືນເຮັດສຳເລັດໜ້າທີ່ການຈັດຕັ້ງມອບໝາຍໃຫ້ ແລະ ຮັກສາຄວາມສາມັກຄີເປັນປືກແຜ່ນ.
ໃນພິທີ ຍັງໄດ້ມອບຫຼຽນກາທີ່ລະນຶກ 65 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ຮາກຖານພະແນກ ຖວທ ນວ ແລະ ໃບຢັ້ງຢືນ 4 ບຸກ ແລະ ໃບຍ້ອງຍໍ ໃຫ້ສະມາຊິກຊາວໜຸ່ມ ຮາກຖານພະແນກ ຖວທ ນວ ທີ່ມີຜົນງານເດັ່ນ ໃນປີ 2024 ອີກດ້ວຍ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ