ຖວທ ນວ ຈັດຂະບວນປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ-ວັນເດັກນ້ອຍສາກົນ
30/05/2025
ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດຂະບວນປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ແນໃສ່ເພື່ອເພີ່ມພື້ນທີ່ສີຂຽວໃຫ້ແກ່ສໍານັກງານອົງການ.
ຂະບວນປູກຕົ້ນໄມ້ດັ່ງກ່າວຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ພຶດສະພາ 2025 ທີ່ພະແນກ ຖວທ ນວ ເຂົ້າຮ່ວມຂະບວນດັ່ງກ່າວມີ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ມີຫົວໜ້າຫ້ອງການ
ກອງວິຊາການ ຂະແໜງການ ແລະ ພະນັກງານອ້ອມຂ້າງ.

ຈຸດປະສົງໃນການສ້າງຂະບວນຄັ້ງນີ້ແມ່ນສອດຄ່ອງກັບນະໂຍບາຍ 6ສ ຂອງນະຄອນ ຫຼວງວຽງຈັນ ໂດຍສະເພາະແມ່ນ ສ ສີຂຽວ ໂດຍໄດ້ນໍາເອົາເບ້ຍຕົ້ນແຕ້ ຕົ້ນດູ່ລາຍ ຝາງແດງ ແລະ ໄມ້ກິນໝາກ ກວ່າ 50 ຕົ້ນ ປູກຊັບວ່າງຕົ້ນໄມ້ທີ່ມີແລ້ວໃຫ້ມີຄວາມສວຍງາມ.
ສໍາລັບເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ ເປັນການປະກອບສ່ວນຂອງຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.




