ສຳເລັດກອງປະຊຸມໃຫຍ່ ໜ່ວຍພັກສະມາຄົມທຸລະກິດທ່ອງທ່ຽວລາວ ນະ​ຄອນຫຼວງວຽງ​ຈັນ

05/03/2025

ສຳເລັດກອງປະຊຸມໃຫຍ່ ໜ່ວຍພັກສະມາຄົມທຸລະກິດທ່ອງທ່ຽວລາວ ນະ​ຄອນຫຼວງວຽງ​ຈັນ

ກອງປະຊຸມໃຫຍ່ໜ່ວຍພັກສະມາຄົມທຸລະກິດທ່ອງທ່ຽວລາວ ນະ​ຄອນຫຼວງວຽງ​ຈັນ ຄັ້ງທີ IV ຈັດຂຶ້ນວັນທີ 4 ມີນາ 2025 ທີ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ເປັນປະທານຂອງ ສະຫາຍ ນາງ ມະນີຈັນ ຜັນຫວາດວົງສຸກ ເລຂາໜ່ວຍພັກ ຮອງປະທານສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ເປັນຮອງປະທານກຸ່ມທຸລະກິດທ່ອງທ່ຽວ ນະ​ຄອນຫຼວງວຽງ​ຈັນ ມີສະຫາຍ ຄຳຄູນ ໃບລາຕຣີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຄະນະພັກຮາກຖານ ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ນາງ ມະນີຈັນ ຜັນຫວາດວົງສຸກ ໄດ້ລາຍງານຜົນງານການເຄື່ອໄຫວໄລຍິ 5 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຈາກນັ້ນສະຫາຍ ແກ້ວວິໄລສັກ ແສນສັກດາ ຄະນະພັກຮາຖານ ຮອງຫົວໜ້າພະແນກ ຖວທ ນວ ໄດ້ຜ່ານມະຕິຕົກລົງວ່າດ້ວຍການບົ່ງໂຕແຕ່ງຕັ້ງຄະນະໜ່ວຍພັກສະມາຄົມທຸລະກິດທ່ອງທ່ຽວລາວ ໂດຍໄດ້ບົ່ງໂຕແຕ່ງຕັ້ງ ສະຫາຍ ນາງ ມະນີຈັນ ຜັນວາດວົງສາ ເປັນເລຂາ ແລະ ສະຫາຍ ສະ ເຫຼີມ ຄຳແພງວົງ ເປັນຮອງເລຂາ ທັງເປັນຜູ້ກວດກາໜ່ວຍພັກ ຈາກນັ້ນກໍໄດ້ຟັງການໂອ້ລົມຂອງ ສະຫາຍ ຄຳຄູນ ໃບລາຕຣີ ອີກດ້ວຍ.
 
 
 
ທີ່ມາ: ວຽງຈັນໃໝ່

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ