ນະຄອນຫຼວງວຽງຈັນ ສະເໜີໃຫ້ ນະຄອນຊານປີເຕີສະເບີກ ສືບຮ່ວມມືຫຼາຍຂົງເຂດ

04/03/2025

ນະຄອນຫຼວງວຽງຈັນ ສະເໜີໃຫ້ ນະຄອນຊານປີເຕີສະເບີກ ສືບຮ່ວມມືຫຼາຍຂົງເຂດ

ພິທີພົບປະລະຫວ່າງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະ ຄອນຫຼວງວຽງຈັນ (ນວ) ແລະ ທ່ານ ອາເລັກຊັງເດີ ເດີມີຕີເອວີຈ ເບກລົບ ເຈົ້າຄອງນະຄອນຊານປີເຕີສະເບີກ ສະຫະພັນຣັດເຊຍ ຈັດຂຶ້ນວັນ ທີ 3 ມີນາ 2025 ທີ່ນະຄອນຊານປີເຕີສະເບີກ ໃນໂອກາດທີ່ຄະນະຜູ້ ແທນຂັ້ນສູງ ນວ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງມົດສະກູ ແລະ ນະຄອນຊານປີເຕີສະເບີກວັນທີ 25 ກຸມພາ ຫາ ວັນທີ 6 ມີນາ 2025 ມີ ທ່ານ ສີພັນດອນ ອ້ວຍບົວບຸດດີ ເອກອັກຄະລັດຖະທູດລາວປະຈຳຣັດເຊຍ ຄະນະຜູ້ແທນຂັ້ນສູງ ນວ ແລະ ນະຄອນຊານປີເຕີສະເບີກເຂົ້າຮ່ວມ.
ການພົບປະສອງຝ່າຍຄັ້ງນີ້ເຈົ້າຄອງ ນວ ແລະ ເຈົ້າຄອງນະຄອນຊານປີເຕີສະເບີກໄດ້ຜັດປ່ຽນກັນຕີລາຄາການພົວພັນຮ່ວມມືສອງຝ່າຍ ກໍຄື ສອງປະເທດລາວ-ຣັດເຊຍໂດຍສະເພາະສອງນະຄອນໃນໄລຍະຜ່ານມາ ແລະ ແຜນ ການຮ່ວມມືຕໍ່ໜ້າ ພ້ອມທັງລາຍງານສະພາບການພັດທະ ນາເສດຖະກິດ-ສັງຄົມຂອງນະຄອນຕົນໃຫ້ກັນ ແລະ ກັນຊາບ ເປັນຕົ້ນທ່າແຮງການພົວພັນຮ່ວມມືດ້ານຕ່າງໆຂອງສອງນະຄອນເພື່ອເຮັດໃຫ້ການຮ່ວມມືນັບມື້ແໜ້ນແຟ້ນຍິ່ງຂຶ້ນເລື້ອຍໆ.
ທ່ານເຈົ້າຄອງ ນວ ໄດ້ກ່າວວ່ວາ: ການເດີນທາງມາຢ້ໝຢາມ ແລະ ເຮັດືວຽກຄັ້ງນີ້ ຢູ່ນະຄອນຊານປີເຕີສະເບີກ ນອກຈາກການພົບປະທາງການແລ້ວໄດ້ມີຫຼາຍກິດຈະກໍາປິ່ນອ້ອມເຊັ່ນ:ການຈັດງານວາງສະ ແດງສິນືຄ້າ ສໍາມະນາດຶງດູດການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ທັງສະ ແດງສິລະປະອັນເປັນວັດ ທະນະທໍາຂອງລາວ ທັງໝົດເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການຮ່ວມມືແບບ ເພື່ອນມິດຮອບດ້ານລະ ຫວ່າງສອງພັກ-ສອງລັດລາວ ແລະ ຣັດເຊຍ ພ້ອມທັງເປັນການສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ “ລາວ-ຣັດເຊຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງສະມາຄົມມິດຕະ ພາບລາວ-ຣັດເຊຍ-ລາວ ຄົບຮອບ 60 ປີ ໃນປີ 2025 ໂດຍສະເພາະການຜັນຂະຫຍາຍທິດຊີ້ນໍາຂອງການນໍາສູງສຸດສອງປະເທດ.
ການພົບປະຄັ້ງນີ້ສອງຝ່າຍໄດ້ພ້ອມກັນເຊັນບົດບັນທຶກຊ່ວຍຈໍາໃນການ ຮ່ວມມື ແລະ ແລກປ່ຽນບົດຮຽນໃນຕໍ່ໜ້າ ເຊິ່ງລົງເລິກຫຼາຍບັນຫາເປັນ ຕົ້ນໃນຂົງເຂດການຄ້າ ການທ່ອງທ່ຽວ ການສຶກສາ ກິລາ ວັດທະນະທໍາ ວິທະຍາ ສາດ ແລະ ເຕັກໂນໂລຊີ ຈັດງານວາງສະແດງ ແລະ ກອງປະ ຊຸມສຳມະນາ ການສະແດງສິລະປະ ແລະ ກິດຈະກຳປິ່ນອ້ອມ ເພື່ອໃຫ້ຊາວນະຄອນຊານປີເຕີສະເບີກໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈເຖິງຮີດ ຄອງວັດທະນະທຳຂອງຊາດລາວກໍ່ຄືຊາວ ນວ.
ສ່ວນໝາກຜົນມິດຕະພາບ ແລະ ການຮ່ວມມືຂອງສອງນະຄອນໃນຜ່ານມາເຖິງປັດຈຸບັນ ເຊິ່ງບາງຄັ້ງກໍມີໄລຍະຢຸດສະຫງັກກໍ່ຍ້ອນມີຄວາມຈໍາເປັນ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ສະພາບການປິ່ນອ້ອມທົ່ວໂລກທາງໃນ ແລະ ນອກຕົວ ເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງຮອບ ດ້ານລະ ຫວ່າງສອງນະຄອນໃຫ້ນັບມື້ນັບໄດ້ຮັບໝາກຜົນເປັນຮູບປະທໍາຍິ່ງຂຶ້ນ ຕາງໜ້າໃຫ້ ນວ ສະເໜີການຮ່ວມມືໃນຕໍ່ໜ້າຕື່ມອີກ ໂດຍສະເພາະໃນຂົງເຂດການສົ່ງເສີມດ້ານການລົງທຶນ ແລະ ເສີມຂະຫຍາຍດ້ານເສດຖະ ກິດຄື:ການສ້າງຫ້າງສັບພະສິນຄ້າຄົບວົງຈອນຢູ່ລາວ ການຊຳລະຊື້ຂາຍສິນຄ້າລະຫວ່າງສອງປະເທດລາວ-ຣັດເຊຍໃຫ້ສາ ມາດເຂົ້າເຖິງທຸກສະຖາບັນການເງິນ (ສາມາດເປີດກວ້າງໃນຫຼາຍທະນາຄານ)ຟຶ້ນຟູສາຍການບິນລະຫວ່າງ 2 ປະ ເທດຄືນໃໝ່ ໂດຍເອົາລາວເປັນປະເທດທາງ ຜ່ານ (Transit) ສະເໜີພິຈາລະນາຄືນທີ່ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ເຄີຍສະເໜີກ່ຽວກັບການຍົກເວັ້ນພາສີນຳເຂົ້າ ແລະ ສົ່ງອອກສິນຄ້າບາງລາຍການຈາກລາວເຂົ້າຣັດເຊຍ ສະເໜີຜ່ານຣັດເຊຍຊຸກຍູ້ການເຂົ້າອົງການຂົນສົ່ງສາກົນທາງລົດໄຟຂອງລາວ ເຊິ່ງລາວກຽມຄວາມພ້ອມຢາກເຂົ້າເປັນສະມາຊິກອົງການດັ່ງກ່າວ ສະເໜີຊຸກືຍູ້ການມາລົງທືນໃນຂົງເຂດການສ້າງໂຮງແຮມຢູ່ລາວ ສະ ເໜີໃຫ້ກະຊວງສຶກ ສາຣັດເຊຍພິຈາລະນາເພີ່ມເບ້ຍລ້ຽງໃຫ້ນັກສຶກສາລາວ ແລະ ປີ້ຍົນໄປ- ກັບຂອງນັກສຶກສາລາວທີ່ໄດ້ຮັບທຶນຈາກລັດຖະບານຣັດເຊຍໃນແຕ່ລະປີ ແລະ ສະ ເໜີນັກທຸລະກິດຣັດເຊຍທີ່ມີທ່າແຮງທາງດ້ານການເງິນເຂົ້າ ມາລົງທຶນຢູ່ລາວ.
ພ້ອມນີ້ທ່ານເຈົ້າຄອງ ນວ ຕາງໜ້າອົງການປົກຄອງພ້ອມດ້ວຍຊາວ ນວ ຖືໂອກາດນີ້ເຊື້ອເຊີນທ່ານເຈົ້າຄອງນະຄອນຊານປີເຕີສະເບີກພ້ອມ ດ້ວຍຄະນະເດີນທາງໄປຢ້ຽມຢາມ ນວ ໃນເວລາອັນເໝາະສົມ ເພື່ອທ່ຽວຊົມທຳມະຊາດກໍ່ຄືວິຖີການດຳລົງຊີວິດຂອງຊາວ ນວ ພ້ອມທັງຢ້ຽມຢາມເຂດເສດຖະກິດພິເສດ ແລະ ສະຖານີລົດໄຟຄວາມໄວສູງລາວ-ຈີນ.
ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ນວ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຊານປີເຕີສະເບີກຄັ້ງນີ້ຄະນະຍັງໄດ້ເຂົ້າຢ້ຽມຊົມຫໍພິພິທະພັນສະໂມລນີເລນີນກະຣາດການປົດປ່ອຍຢ່າງສົມບູນຈາກການປິດລ້ອມຂອງສັດຕູຢູ່ສຳງານປົກຄອງນະຄອນຊານປີເຕີສະເບີກ.
ໃນວັນດຽວກັນທ່ານເຈົ້າຄອງ ນວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ນວ ນັກທຸລະກິດລາວ ແລະ ຣັດເຊຍຍັງໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍທ່ານເຈົ້າຄອງນະ ຄອນຊານປີເຕີສະເບີກພາຍໃນງານລ້ຽງໄດ້ມີ ການສະແດງສິລະປະຈາກຄະນະສິລະປະນະຄອນ ນວ ແລະ ນະຄອນຊານປີເຕີສະເບີກຈຳນວນຫຼາຍລາຍການຕື່ມອີກ.
...............................................................

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ