ນະຄອນຫຼວງວຽງຈັນ ແລະ ມົດສະກູສືບຕໍ່ເພີ່ມທະວີການພົວພັນຮ່ວມມື

28/02/2025

ນະຄອນຫຼວງວຽງຈັນ ແລະ ມົດສະກູສືບຕໍ່ເພີ່ມທະວີການພົວພັນຮ່ວມມື

ພິທີພົບປະສອງຝ່າຍຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ນໍາໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງມົດສະກູ ສ ຣັດເຊຍ ນໍາໂດຍ ທ່ານ Alexey Shaposhnikov ປະ ທານສະພາດູມານະຄອນຫຼວງມົດສະກູ ຈັດຂຶ້ນວັນທີວັນທີ 27 ກຸມພາ 2025 ທີ່ນະ ຄອນຫຼວງມົດສະກູ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ນວ ໄດ້ເດີນທາງມາຢ້ຽມຢາມ ແລະ ຈັດງານວັນວຽງຈັນຢູ່ນະຄອນຫຼວງມົດສະກູ ແລະ ນະຄອນຊານປີເຕີສະເບີກວັນທີ 25 ກຸມພາຫາວັນທີ 6 ມີນາ 2025 ມີ ທ່ານ Sergey Cheremin ລັດຖະມົນ ຕີປະຈຳອົງການປົກຄອງນະຄອນຫຼວງມົດສະກູ ຜູ້ຊີ້ນຳວຽກພົວພັນສາກົນ ແລະ ເສດຖະກິດກັບພາຍນອກ ທ່ານ ສີພັນດອນ ອ້ວຍບົວບຸດດີ ເອກອັກຄະລັດຖະທູດລາວປະຈຳຣັດເຊຍເຂົ້າຮ່ວມ.
ທ່ານເຈົ້າຄອງ ນວ ໄດ້ກ່າວມີຄຳເຫັນວ່າ: ການພົບປະຄັ້ງນີ້ເປັນຂີດໝາຍໃໝ່ສຳຄັນແຫ່ງການພົວ ພັນຂອງສອງນະຄອນຫຼວງໃນຊຸມປີຕໍ່ໜ້າ ດ້ວຍບັນຍາກາດໃໝ່ແຫ່ງໄມຕີຈິດມິດຕະພາບ ເພື່ອສ້າງຄວາມເຂັ້ມແຂງ ໜັກແໜ້ນຮ່ວມກັນໃນການຮ່ວມມື ແລກປ່ຽນບົດຮຽນ ການພັດທະນາຕົວເມືອງ ການດຶງດູດການ ຮ່ວມມືການລົງທຶນ ການພັດທະນາພື້ນຖານໂຄງລ່າງ ການຂົນສົ່ງ ການແລກປ່ຽນການສຶກສາ-ວັດທະນະທຳ-ການ ທ່ອງທ່ຽວ ແລະ ອື່ນໆ ທີ່ຈະເປັນການເພີ່ມພູນຄູນສ້າງການຮ່ວມ ມືໃຫ້ນັບມື້ ຂະຫຍາຍຕົວ ແລະ ເກີດດອກອອກຜົນ ເປັນການປະກອບສ່ວນ ອັນເປັນພື້ນຖານໃຫ້ແກ່ການຮ່ວມມືໃຫ້ແກ່ ສອງປະເທດພວກເຮົາ ນັບແຕ່ປີ 2017 ທີ່ສອງນະຄອນຫຼວງພວກເຮົາໄດ້ລົງນາມຮ່ວມກັນໃນບົດບັນທຶກຮ່ວມມືນຳກັນ ຍ້ອນຫຼາຍປັດໄຈ ແລະ ສະພາບຄວາມຈໍາເປັນຫຼາຍປະການໄດ້ເຮັດໃຫ້ພວກເຮົາຍັງບໍ່ສາ ມາດຕິດຕໍ່ພົວພັນກັນເປັນປົກກະ ຕິປານໃດ ຢ່າງໃດກໍ່ຕາມໃນເດືອນສິງຫາ 2024 ຂ້າພະເຈົ້າໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການຂົນສົ່ງ ແລະ ໄດ້ລົງນາມໃນຖະແຫຼງການຮ່ວມວ່າດ້ວຍການຮ່ວມມືດ້ານການຂົນ ສົ່ງລະຫວ່າງອົງ ການປົກຄອງ ນວ ແລະ ອົງການປົກຄອງນະຄອນຫຼວງມົດສະກູ ແລະ ເຂົ້າຮ່ວມເວທີສົນ ທະນາບັນດານະຄອນຂອງກຸ່ມປະເທດ BRICS 2024 ເຊິ່ງສະແດງໃຫ້ເຫັນເຖິງສະ ພາບແວດລ້ອມບໍ່ອໍານວຍເຮັດໃຫ້ການໄປມາຫາສູ່ບໍ່ເປັນປົກກະຕິກໍ່ຕາມ ແຕ່ການຮ່ວມມືທີ່ດີຄວາມສາມັກຄີສາຍພົວພັນສະໜິດ ແໜ້ນຮອບດ້ານພວກເຮົາບໍ່ສາມາດຕັດແຍກອອກຈາກກັນໄດ້.
ການເດີນທາງຢ້ຽມຢາມນະຄອນຫຼວງມົດສະກູຄັ້ງນີ້ ນອກຈາກເປັນການທົບທວນການຈັດຕັ້ງປະຕິບັດບົດບັນທຶກຮ່ວມມືປີ 2017 ແລ້ວຍັງໄດ້ຈັດງານວັນວຽງຈັນ ເຊິ່ງມີຫຼາຍກິດຈະກໍາເຊັ່ນ:ການຈັດງານວາງສະ ແດງສິນຄ້າ ສໍາມະນາດຶງດູດການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ທັງສະແດງສິລະປະອັນເປັນວັດ ທະນະທໍາຂອງລາວຕິດພັນກັນນີ້ກໍ່ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອການຮ່ວມມືແບບເພື່ອນມິດຮອບດ້ານລະຫວ່າງສອງພັກ-ສອງລັດ ພ້ອມທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຣັດເຊຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບລາວ-ຣັດເຊຍ-ລາວ ຄົບຮອບ 60 ປີ ໃນປີ 2025 ໂດຍສະເພາະການຜັນຂະຫຍາຍທິດຊີ້ນໍາຂອງການນໍາສູງສຸດສອງປະເທດໃນຜ່ານມາ ແລະ ເພື່ອເປັນທິດທາງໃນການຮ່ວມມືລະຫວ່າງສອງນະຄອນຫຼວງ.
ໂອກາດພົບປະຄັ້ງນີ້ທ່ານເຈົ້າຄອງ ນວ ຍັງໄດ້ສະເໜີການຮ່ວມມືໃນຕໍ່ໜ້າຕໍ່ຝ່າຍນະຄອນຫຼວງມົດສະກູເປັນຕົ້ນສົ່ງເສີມພາກທຸລະກິດຂອງສອງນະຄອນຫຼວງໃຫ້ມີ ການຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ແລກປ່ຽນບົດຮຽນປະສົບ ການການພັດທະນາຕົວເມືອງ ສົ່ງເສີມໃຫ້ມີການແລກປ່ຽນບົດຮຽນ ລະ ຫວ່າງກັນໃນຂົງເຂດກະສິກໍາ ໂດຍສະເພາະການຜະລິດຝຸ່ນເຄມີ ສົ່ງເສີມດ້ານການສຶກສາ ດ້ວຍການສ້າງຫ້ອງຮຽນມິດຕະພາບນະຄອນຫຼວງວຽງຈັນ-ນະຄອນຫຼວງມົດສະກູ ເຊິ່ງຄາດວ່າຈະກໍານົດໃຫ້ສ້າງຢູ່ໂຮງ ຮຽນ ມສ ຈັນທະບູລີ ເມືອງຈັນທະບູລີ ສົ່ງເສີມໃຫ້ມີການນໍາໃຊ້ທ່າແຮງຂອງເສັ້ນທາງລົດໄຟລາວ-ຈີນ ໃນການແລກປ່ຽນສິນຄ້າ ແລະ ການທ່ອງທ່ຽວລະຫວ່າງສອງນະຄອນຫຼວງ.
ຕອນທ້າຍທ່ານເຈົ້າຄອງ ນວ ຍັງໄດ້ເຊື້ອເຊີນທ່ານປະທານສະພາດູມານະຄອນຫຼວງມົດສະກູພ້ອມຄະ ນະເດີນທາງໄປຢ້ຽມ ນວ ໃນໂອກາດທີ່ເໝາະສົມເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງນະຄອນຫຼວງຕື່ມອີກ.
ທີ່ມາ: ວຽງຈັນໃໝ່

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ