ຄະນະສິລະປະ ນວ ມີຄວາມພ້ອມຮອບດ້ານຈະຮ່ວມສະແດງໃນງານ ວຽງຈັນ-ມົດສະກູ ທີ່ ຣັດເຊຍ
24/02/2025
ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ( ຖວທ.ນວ )ໄດ້ກະກຽມການສະແດງສິລະປະ ເພື່ອເດີນທາງຮ່ວມໄປສະແດງ ຕາມການຊີ້ນຳ ຂອງ ອົງການປົກຄອງ ນວ ເພື່ອໄປແລກປ່ຽນສິລະປະວັດທະນະທຳ ໃນງານວັນວຽງຈັນ ຢູ່ທີ່ນະຄອນມົດສະກູ-ນະຄອນເຊັນປີເຕີສະເບີກ ສ ລັດເຊຍ ໃນລະຫວ່າງທ້າຍເດືອນກຸມພາ-ຕົ້ນເດືອນມີນາ 2025 ທີ່ຈະມາເຖິງນີ້ ທັງເປັນການສ້າງຂະບວນການຊົມເຊີຍຜົນງານຮອບດ້ານ ຕິດພັນກັບການສະຫຼອງ 3 ວັນປະຫວັດສາດທີ່ສຳຄັນຂອງພັກຂອງຊາດ ເຊິ່ງມາຮອດປະຈຸບັນການກະກຽມການສະແດງສິລະປະແມ່ນມີຄວາມພ້ອມຮອບດ້ານ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ໄດ້ໃຫ້ສຳພາດໃນວັນທີ 21 ກຸມພາ 2025 ວ່າ: ລາຍການສິລະປະວັດທະນະທຳ ທີ່ທາງພະແນກ ຖວທ ນວ ກະກຽມເພື່ອນຳໄປສະແດງມີທັງໝົດ13 ລາຍການ ເຊິ່ງຈະສ່ອງແສງໃຫ້ເຫັນບັນດາເນື້ອໃນກ່ຽວກັບວິຖີການດຳລົງຊີວິດ ມູນເຊື້ອວັດທະນະທຳອັນດີງາມຂອງຊາວນະຄອນຫຼວງວຽງຈັນ ກໍຄື ຊາດລາວ ເປັນຕົ້ນ ແມ່ນບົດເພງ ບຸນຄຸນພັກ, ບົດເພງ ວຽງຈັນໝາກຫົວໃຈ, ບົດເພງ ເຜົ່າລາວເອີຍ ແລະ ບັນດາບົດຟ້ອນຕ່າງໆ ເຊັ່ນ: ບົດຟ້ອນລາຍນາກເຊິ່ງເປັນມໍລະດົກທາງດ້ານວັດທະນະທຳນາມມະທຳ ການສະແດງຟ້ອນເພງດວງຈຳປາເມືອງລາວ ບົດຂັບລຳ ຂັບຮ້ອງຕ່າງໆ ເຊັ່ນ : ຂັບທຸ່ມຫຼວງພະບາງ ແລະ ບົດເພງອື່ນໆ ປະສົມປະສານກັບການສະແດງສິລະປະວັດທະນະທຳຂອງນະຄອນຫຼວງມົດສະກູ ກໍຄື ນະຄອນຫຼວງເຊັນປີເຕີສະເບີກ ເຊິ່ງການສະແດງ ກໍຄື ສິລະປະໃນຄັ້ງນີ້ຈະເປີດການເປີດກວ້າງການພົວພັນຮ່ວມມືມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ເຊິ່ງເປັນການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານເພື່ອຮັດແໜ້ນຄວາມສາມັກຄີການພົວພັນຮ່ວມມືຮອບດ້ານໃຫ້ແກ່ສອງຊາດຂອງພວກເຮົາ.


