ປີ 2024 ມີນັກທ່ອງທ່ຽວເຂົ້າທ່ຽວຊົມພະທາດຫຼວງ ຫໍພະແກ້ວ ແລະ ສີສະເກດຫຼາຍແສນເທື່ອຄົນ

09/01/2025

ປີ 2024 ມີນັກທ່ອງທ່ຽວເຂົ້າທ່ຽວຊົມພະທາດຫຼວງ ຫໍພະແກ້ວ ແລະ ສີສະເກດຫຼາຍແສນເທື່ອຄົນ

ຈາກ: ໜສພ ວຽງຈັນໃໝ່
ໃນປີ 2024 ຜ່ານມາ ມີນັກທ່ອງທ່ຽວເຂົ້າທ່ຽວຊົມ ພຣະທາດຫຼວງ ຫໍພະແກ້ວ ແລະ ວັດສີສະເກດ ຫຼາຍກວ່າ 3 ແສນຄົນ ສ້າງລາຍຮັບ ກວ່າ 9 ຕື້ກີບ.
ທ່ານ ນາງ ຄໍາເປື່ອງ ວົງຈັນດີ ຮອງຜູ້ອໍານວຍການກອງວິຊາການຄຸ້ມຄອງມໍລະດົກພະທາດຫຼວງ ແລະ ຫໍພິພິທະພັນ ສະຖານບູຮານ ນວ ໃຫ້ສຳພາດວັນທີ 8 ມັງກອນ 2025 ວ່າ: ໃນໂອກາດທີ່ລັດຖະບານເປີດປີທ່ອງທ່ຽວລາວ 2024 ໄດ້ເຮັດໃຫ້ຫຼາຍກິດຈະກຳທີ່ຈັດຂຶ້ນຢູ່ ນວ ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ອັນໄດ້ເຮັດໃຫ້ນັກທ່ອງທ່ຽວຫຼັ່ງໄຫຼກັນມາທ່ຽວຊົມສະຖານທີ່ທ່ອງທ່ຽວໃນ ນວ ໃນນັ້ນກໍມີສະຖານທ່ອງທ່ຽວພະທາດຫຼວງ ຫໍພະແກ້ວ ແລະ ວັດສີສະເກດ ສະເພາະປີ 2024 ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມສະຖານທີ່ທ່ອງທ່ຽວ 3 ແຫ່ງນີ້ທັງໝົດ 322.760 ເທື່ອຄົນ ໃນນັ້ນນັກທ່ອງທ່ຽວພາຍໃນ 33.014 ເທື່ອຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 289.749 ເທື່ອຄົນ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວເກົາຫຼີ ໄທ ຈີນ ບັນດາປະເທດໃນອາຊຽນ ເອີຣົບ ແລະ ປະເທດອື່ນໆ ໃນນີ້ພະທາດຫຼວງ 171.245 ເທື່ອຄົນ ຫໍພະແກ້ວ 81.035 ເທື່ອຄົນ ແລະ ວັດສີສະເກດ 70.245 ເທື່ອຄົນ ທຽບໃສ່ປີ 2023 ເພີ່ມຂຶ້ນຫຼາຍສົມຄວນ ສ້າງລາຍຮັບໄດ້ຫຼາຍກວ່າ 9 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2 ຕື້ກີບ ນອກຈາກນີ້ແລ້ວຍັງມີແຂກຄະນະຜູ້ແທນຕ່າງປະເທດ 106 ຄະນະ ມີ 4.225 ທ່ານ ແລະ ນັກຮຽນ-ນັກສຶກສາ 3.068 ເທື່ອຄົນ (ສ່ວນແຂກ ນັກຮຽນ-ນັກສຶກສາ ແລະ ພະສົງແມ່ນບໍ່ໄດ້ເກັບປີ້ເຂົ້າຊົມ) ເຊິ່ງສະຖານທີ່ທ່ອງທ່ຽວທັງ 3 ແຫ່ງນີ້ທີ່ສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວ ແລະ ແຂກແມ່ນດ້ານວັດຖຸບູຮານ ລວດລາຍສິລະປະ ແລະ ອື່ນໆ.
ສ່ວນດ້ານການບໍລິການສະຖານທີ່ີທ່ອງທ່ຽວທັງ 3 ແຫ່ງນີ້ໄດ້ເປີດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມທຸກວັນນັບແຕ່ວັນຈັນຫາວັນອາທິດ ແຕ່ເວລາ 8-17:00 ໂມງ ເຊິ່ງລາຄາປີ້ເຂົ້າຊົມຖ້າເປັນຄົນພາຍໃນ 5.000 ກີບ ແລະ ຄົນຕ່າງປະເທດ 30.000 ກີບຕໍ່ຄົນຕໍ່ຄັ້ງ.
ທ່ານ ນາງ ຄໍາເປື່ອງ ວົງຈັນດີ ຍັງກ່າວຕື່ມວ່າ: ເພື່ອດຶງດູດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມສະຖານທີ່ທ່ອງທ່ຽວທັງ 3 ແຫ່ງນີ້ໃຫ້ນັບມື້ຫຼາຍຂຶ້ນ ໃນປີຜ່ານມາເຖິງວ່າໄດ້ມີການປັບປຸງບາງຢ່າງແລ້ວກໍຕາມ ແຕ່ປີ 2025 ຈະສືບຕໍ່ປັບປຸງຕື່ມອີກເປັນຕົ້ນປັບປຸງສະຖານທີ່ທ່ອງທ່ຽວບ່ອນຂາຍປີ້ເຂົ້າຊົມ ສວນດອກໄມ້ ຫ້ອງການ ສວນຫຍ້າ ແລະ ອື່ນໆໃຫ້ມີຄວາມງົດງາມ ນອກນີ້ຍັງຈະເອົາໃຈໃສ່ໂຄສະນາຜ່ານສື່ຕ່າງໆບໍ່ວ່າຈະເປັນໜັງສືພິມ ໂທລະພາບ ວິທະຍຸ ອອນລາຍ ແລະ ເວບໄຊຕື່ມອີກ ເພື່ອເຮັດໃຫ້ນັກທ່ອງທ່ຽວທົ່ວໂລກຮັບຮູ້ຂໍ້ມູນຂ່າວສານສະຖານທີ່ທ່ອງທ່ຽວ 3 ແຫ່ງນີ້ໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ ແລະ ພ້ອມກັນມາທ່ຽວຊົມ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ