ເຜີຍແຜ່ນິຕິກໍາ ຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ
21/11/2024
ຈາກ: ໜສພ ວຽງຈັນໃໝ່
ກອງປະຊຸມເຜີຍແຜ່ນິຕິກໍາ ຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 20 ພະຈິກ 2024 ຢູ່ສະໂມສອນເມືອງໄຊທານີ ໂດຍມີ ທ່ານ ນາງ ວຽງພອນ ແກ້ວຄູສີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ ນະຄອນຫຼວງວຽງຈັນ
ທ່ານ ນາງ ດໍາດວນ ຈັນທະວົງ ຮອງເຈົ້າເມືອງໄຊທານີ ມີບັນດາຫົວໜ້າຫ້ອງການ ປກສ ກຸ່ມ ອໍານາດການປົກຄອງບ້ານ 104 ບ້ານ ແລະ ຜູ້ປະກອບການທຸລະກິດ ຮ້ານບັນເທີງ ຮ້ານອາຫານ ເຂົ້າຮ່ວມ.
ໃນພິທີ ທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊທານີ ກ່າວວ່າ: ເມືອງໄຊທານີ ເປັນເມືອງໜຶ່ງໃນຈໍານວນ 9 ຕົວເມືອງ ຂອງ ນວ ເຊິ່ງປະກອບດ້ວຍ 104 ບ້ານ ຍ້ອນສະພາບຈຸດພິເສດເປັນເມືອງທີ່ກວ້າງໃຫຍ່ ຈຶ່ງເຮັດໃຫ້ມີທຸລະກິດທີ່ກ່ຽວພັນວຽກງານວັດ ທະນະທໍາສັງຄົມເປັນຈໍານວນຫຼາຍ ເພື່ອເຮັດໃຫ້ການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຂົງເຂດດັ່ງກ່າວ ໃຫ້ປະກົດຜົນເປັນຈິງ ແລະ ໃຫ້ໄດ້ຮັບຜົນຫຼາຍທີ່ສຸດ ທາງຫ້ອງການ ຖວທ ໄດ້ສົມທົບກັບຄະນະກໍາມະການແກ້ໄຂປະກົດການຫຍໍ້ທໍ້ຂອງ ນວ ເມືອງໄຊທານີ ປກສ ກຸ່ມ ແລະ ນາຍບ້ານ ພາຍໃນເມືອງໄຊທານີ ລົງແກ້ໄຂທຸກບັນຫາທີ່ເກີດຂຶ້ນ ທີ່ນອນຢູ່ໃນເຂດຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ ແລະ ທັນສະພາບການ ປັດຈຸບັນເມືອງໄຊທານີ ມີຮ້ານອາຫານທີ່ໄດ້ຮັບອະນຸຍາດທັງໝົດ ແລະ ເປີດບໍລິການຕົວຈິງ ມີ 179 ຮ້ານ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບການ ໂຮງແຮມ 42 ແຫ່ງ ເຮືອນພັກ 67 ແຫ່ງ ໃນນັ້ນເມືອງອອກອະນຸຍາດ 20 ແຫ່ງ ຣີສອດ 4 ແຫ່ງ ບັນເທີງ 4 ແຫ່ງ ມີຄອບຄົວວັດທະນະທໍາທັງໝົດ 36.518 ຄອບຄົວ ແລະ ບ້ານວັດທະນະທໍາ 104 ບ້ານ.
ໄລຍະຜ່ານມາ ການດໍາເນີນທຸລະກິດບໍ່ໄປຕາມການໄດ້ຮັບອະນຸຍາດວ່າເປັນຮ້ານອາ ຫານ ສ່ວນຫຼາຍທີ່ມີບັນຫາແມ່ນບໍລິການໄປໃນລັກສະນະບັນເທີງກາງແຈ້ງ ມີການເອື້ອຍອີງການບໍລິການໃນແຕ່ລະເມືອງ ເນື່ອງຈາກຂອດບໍລິການແມ່ນມີລັກສະນະບໍ່ສອດຄ່ອງ ກັບລະບຽບທັງໝົດໃນ 9 ຕົວເມືອງ ມີການເປີດສຽງດັງເກີນຂອບເຂດຕາມຮ້ານອາຫານ ແລະ ຕາມເຮືອນປະຊາຊົນມີການເປີດເພງຊຸມແຊວສຽງດັງ ລົບ ກວນສັງຄົມອ້ອມຂ້າງ ເປັນສາເຫດປະກົດການຫຍໍ້ທໍ້ໃນໄລຍະຜ່ານມາ ເຖິງຢ່າງໃດກໍຕາມ ພວກເຮົາຈະໄດ້ນໍາເອົາບັນດານິຕິກໍາຕ່າງໆທີ່ກ່ຽວຂ້ອງ ລົງໄປເຜີຍແຜ່ໃຫ້ແກ່ທຸລະກິດ ແລະ ພໍ່ແມ່ປະຊາຊົນ ໄດ້ເຊື່ອມຊຶມ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການທ່ອງທ່ຽວ ກົດໝາຍວ່າດ້ວຍປ້າຍ ຂໍ້ຕົກລົງວ່າດ້ວຍຮ້ານອາຫານ ຂໍ້ຕົກລົງວ່າດ້ວຍການຄວບຄຸມສຽງເນືອງນັນ ຢູ່ ນວ ພ້ອມທັງສືບຕໍ່ສົມທົບກັບຄະນະກໍາມະການສະເພາະກິດທຸກພາກສ່ວນ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນໃນທຸກຂົງເຂດວຽກງານ ທີ່ຫ້ອງການຮັບຜິດຊອບ ສືບຕໍ່ຕິດຕາມບັນດາຫົວໜ່ວຍທຸລະກິດເປົ້າໝາຍ ເພື່ອສາມາດເກັບກໍາສະພາບ ແລະ ແກ້ໄຂໃຫ້ທັນສະພາບການ.
ສໍາລັບນິຕິກໍາທີ່ນໍາມາເຜີຍແຜ່ຄັ້ງນີ້ ປະກອບມີ ດໍາລັດວ່າດ້ວຍ ການສ້າງຄອບຄົວ ແລະ ບ້ານວັດທະ ນະທໍາ ສະບັບເລກທີ 123/ລບ ລົງວັນທີ 16 ກຸມພາ 2021 ຜ່ານກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 50/ສພຊ ລົງວັນທີ 21 ມິຖຸນາ 2018 ເຜີຍ ແຜ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສຽງເນືອງນັນ ຢູ່ ນວ ສະບັບເລກທີ 620/ຈນວ ລົງວັນທີ 29 ກັນຍາ 2020 ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການ ກວດກາ ແກ້ໄຂສຽງເນືອງນັນ ແລະ ສາຍດ່ວນ ຢູ່ເມືອງໄຊທານີ.

