ພະແນກ ຖວທ ນວ ທາບທາມບຸກຄະລາກອນ
26/11/2024
ຈາກ: ໜສພ ວຽງຈັນໃໝ່
ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມທາບທາມຫົວໜ້າຮອງຫົວໜ້າຂະແໜງ ແລະ ກອງວິຊາການທີ່ຂຶ້ນກັບພະແນກ ຖວທ ນວ ຂຶ້ນວັນທີ 25 ພະຈິກ 2024 ທີ່ພະແນກ ຖວທ ນວ ເປັນປະທານຂອງ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ມີທ່ານຮອງຫົວໜ້າຈັດຕັ້ງ-ພະນັກງານ ກະຊວງ ຖວທ ທ່ານຮອງຫົວໜ້າຄະນະຈັດຕັ້ງ ນວ ບັນດາຄະນະພະແນກ ຫົວໜ້າຮອງຫົວໜ້າຂະແໜງ ກອງວິຊາການ ແລະ ພະນັກງານ-ລັດຖະກອນພາຍໃນພະແນກ ຖວທ ນວ ເຂົ້າຮ່ວມ.

ໃນພິທີໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານຂອງພະນັກງານນໍາພາຄຸ້ມຄອງສະບັບລົງວັນທີ 3 ມັງກອນ 2018 ແລະ ດຳລັດຂອງລັດຖະບານວ່າດ້ວຍມາດຕຖານຕຳແໜ່ງບໍລິຫານຂອງລັດຖະກອນ ແຫ່ງ ສປປ ລາວ ສະບັບລົງວັນທີ 9 ຕຸລາ 2012 ຈາກນັ້ນຜູ້ເຂົ້າຮ່ວມໄດ້ປ່ອນບັດເລືອກເອົາບຸກຄະລະກອນທີ່ເປັນເປົ້າໝາຍຂອງຂະແໜງການຂອງຕົນ ເຊິ່ງການທາບທາມບຸກຄະລາກອນຕຳແໜ່ງບໍລິຫານລັດຄັ້ງນີ້ເພື່ອເປັນການຄັດເລືອກເອົາພະນັກງານຜູ້ທີ່ມີມາດຖານເງື່ອນໄຂປະກອບເຂົ້າໃນກົງຈັກການຈັດຕັ້ງເປັນຕົ້ນເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ມີບົດຮຽນດ້ານວິຊາສະເພາະຂະ ແໜງການຂອງຕົນ ແລະ ມີປະສົບການ ເພື່ອຈະມາເປັນຜູ້ຊີ້ນໍາ-ນໍາພາພະນັກງານໃນຂົງເຂດວຽກງານຂອງຕົນໃນຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ການຈັດຕັ້ງກໍຄືຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດເປັນກ້າວໆຢ່າງບໍ່ຢຸດຢັ້ງ.


