ສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກ ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ 2025

03/01/2025

ສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກ ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ 2025

ຈາກ: ໜສພ ວຽງຈັນໃໝ່
ໃນຕອນຄໍ່າຂອງວັນທີ 31 ທັນວາ 2024 ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ(ນວ) ກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ອົງການປົກຄອງນະ ຄອນຫຼວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກ ແລະ ສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ພ້ອມດ້ວຍການນຳພັກ-ລັດ ຂັ້ນສູນກາງ ແລະ ນວ ແຂກທີ່ຖືກເຊີນ ມວນຊົນຊາວນະຄອນຫຼວງວຽງຈັນ ນັກທ່ອງທ່ຽວຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ລຳວົງລາວຮັບຮອງເປັນມໍລະດົກໂລກ ເຊິ່ງເປັນຄວາມເອກອ້າງຄວາມພາກພູມໃຈທີ່ບັນພະບູລຸດຂອງພວກເຮົາໄດ້ສ້າງໄວ້ໃຫ້ແກ່ຄົນລາວ ຄົນເຊື້ອຊາດລາວ ກໍຄື ປະເທດລາວຂອງພວກເຮົາເຊິ່ງການຈັດງານສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກນັ້ນແມ່ນໄດ້ເລີ່ມມາຕັ້ງແຕ່ວັນ ທີ 29 ທັນວາເປັນຕົ້ນມາໄດ້ມີການວາງສະແດງແບບຈຳ ລອງໃບຢັ້ງຢືນລຳວົງລາວໄດ້ຮັບຮອງເປັນມໍລະດົກໂລກທາງດ້ານວັດທະນະທຳນາມມະທຳ ແບບຈຳລອງໃບຢັ້ງຢືນສຽງແຄນຂອງຄົນເຊື້ອຊາດລາວຮັບຮອງເປັນມໍລະດົກໂລກດ້ານວັດທະນະທຳນາມມະທຳ ແລະ ແບບຈຳລອງໃບຢັ້ງຢືນລາຍນາກໃນພື້ນຜ້າລາວຮັບຮອງເປັນມໍລະດົກໂລກດ້ານວັດທະນະທຳນາມມະທຳ ແລະ ກິດຈະກຳຟ້ອນ ລຳວົງລາວສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະ ດົກໂລກປະກອບມີການຟ້ອນຢູ່ ຈຸດນໍ້າພຸທາງດ້ານໜ້າປະຕູໄຊ ຈຸດນໍ້າພຸທາງດ້ານຄອງສັນຕິພາບ ຈຸດທາງດ້ານກາງເຊິ່ງຈຸດດັ່ງກ່າວເປັນຈຸດຂອງ ການຟ້ອນຂອງການນຳພັກ-ລັດ ຈຸດຕໍ່ໜ້າອາຄານກົມພັດທະນາການທ່ອງທ່ຽວ ເຊິ່ງການຟ້ອນລຳວົງລາວແມ່ນໄດ້ມີ ຄູ່ຍິງ-ຊາຍ ເຂົ້າຮ່ວມຟ້ອນເປັນຈຳນວນຫຼວງຫຼາຍ ໃນການຟ້ອນລຳວົງລາວໃນຄັ້ງນີ້ແມ່ນໄດ້ຟ້ອນ 8 ຈັງຫວະທີ່ເປັນມາດຕະຖານຂອງລຳວົງລາວເພື່ອຮ່ວມກັນສະເຫຼີມສະຫຼອງລຳວົງລາວຮັບຮອງເປັນມໍລະດົກໂລກໂດຍອົງການອຸຍເນັດໂກ ໃນວັນທີ 5 ທັນວາ 2024 ຜ່ານມາ.
ນອກຈາກນີ້ ເພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ 2025 ພ້ອມກັບຊົມເຊີຍສະເຫຼີມສະຫຼອງຜົນສຳເລັດທີ່ ສປປ ລາວໄດ້ເປັນປະທານອາຊຽນ ລວມທັງປີ ທ່ອງທ່ຽວລາວ 2024 ແລະ ວຽກງານອື່ນໆທີ່ສາມາດຈັດຕັ້ງປະຕິບັດໄດ້ທີ່ຄວາມກ້າວໜ້າ ແລະ ມີຜົນ ສຳເລັດຕະຫຼອດປີ 2024 ລວມໄປເຖິງຜົນງານຂອງນະ ຄອນຫຼວງວຽງຈັນທີ່ຍາດມາໄດ້ຕະຫຼອດປີ 2024 ທັງເພື່ອຮັບເອົາຄວາມຈະເລີນຮຸ່ງເຮືອງ ຄວາມສີວິໄລໃນປີ 2025 ຈຶ່ງໄດ້ຈັດງານສະເຫຼີມສະຫຼອງນີ້ຂຶ້ນປະກອບມີຫຼາຍກິດ ຈະກຳຄື: ການສະແດງສິລະປະ ຈັບສະຫຼາກມອບໂຊກໃຫ້ມວນຊົນທີ່ເຂົ້າຮ່ວມ ຊົມວິດີໂອອວຍພອນຂອງປະທານປະເທດເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີ ໃໝ່ 2025 ຫຼັງຈາກນັ້ນ ການນຳພັກ-ລັດ ແລະ ແຂກທີ່ເຂົ້າ ຮ່ວມລວມທັງມວນຊົນທັງພາຍໃນ ແລະ ຕ່າງປະເທດໄດ້ພ້ອມກັນຮ່ວມກັນນັບຖ້ອຍຫຼັງກ້າວສູ່ປີໃໝ່ 2025 ຊົມການສະແດງຮູບພາບຕ່າງໆໂດຍການບິນໂດຣນ ຊົມການຈຸດດອກໄມ້ໄຟ ລຳວົງສາມັກຄີເພື່ອຕ້ອນຮັບປີໃໝ່ 2025.
ນອກນີ້ ຍັງໄດ້ມີ ການຈັດງານຂາຍ ສິນຄ້າໂອດ໋ອບ ອາຫານ ເຄື່ອງດື່ມ ຢູ່ທີ່ເບື້ອງສວນປະຕູໄຊພາກຂະຫຍາຍ ແລະ ມີ ການຕົບແຕ່ງສະຖານທີ່ຮ້ານອາຫານ ບ່ອນນັ່ງຊົມວິວ ມູມຖ່າຍຮູບ ບ່ອນນັ່ງຮັບປະທານອາຫານ ໂດຍມີການຂາຍອາ ຫານແບບໃສ່ລົດ (food truck ແລະ ມີ ເວທີ ສະແດງເພງ ລາວ-ສາກົນ ເພື່ອສ້າງບັນຍາກາດ ຮັບໃຊ້ ນັກທ່ອງທ່ຽວ ເປີດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາຊົມ ມາຊື້ ມາຊີມ ແລະ ສຳຜັດ ກັບບັນຍາກາດ ປະຕູໄຊ ໃນຍາມກາງເວັນ ແລະ ກາງຄືນ ເລີ່ມມາແຕ່ວັນທີ 29 ຫາ ວັນທີ 31 ທັນວາ 2024.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ