ບຸນກອງເຂົ້າຫອມ ຕິດພັນກັບງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ເມືອງສັງທອງ

30/12/2024

ບຸນກອງເຂົ້າຫອມ ຕິດພັນກັບງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ເມືອງສັງທອງ

ຈາກ: ໜສພ ວຽງຈັນໃໝ່
ໃນວັນທີ 27 ທັນວາ 2024 ທີ່ເມືອງສັງທອງ ທ່ານ ໄຊຍະບັດ ຊຸມມະນີວົງ ຮອງເຈົ້າເມືອງສັງທອງ ຜູ້ຊີ້ນໍາວຽກງານວັດທະນະທໍາສັງຄົມ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ເມືອງສັງທອງຂອງພວກເຮົາ ໄດ້ກໍານົດເອົາ 21-23 ມັງກອນ 2025 ເຊິ່ງກົງກັບມື້ແຮມ 8 ຄໍ່າ ເດືອນ 2 ລາວ ພສ 2567 ເປັນມື້ຈັດບຸນກອງເຂົ້າຫອມ ໃນວັນທີ 21 ເປັນມື້ເປີດງານ ວັນທີ 23 ເປັນມື້ໃສ່ບາດ ພະສົງ 9 ອົງ ຕິດພັນກັບງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າປະຈໍາປີຂຶ້ນຢູ່ທີ່ ບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ.
ເມືອງສັງທອງ ກໍ່ເປັນເມືອງໜື່ງເຊິ່ງຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງນະຄອນຫຼວງວຽງຈັນ ເປັນເມືອງພື້ນຖານຂອງການປະຕິວັດ ບ້ານວິລະຊົນ ແລະ ບ້ານນາຫອຍປັງ ຍັງເປັນຖິ່ນກໍາເນີດຂອງທ່ານ ສີທອງ ວິລະຊົນແຫ່ງຊາດຜູ້ທໍາອິດ ເມືອງສັງທອງຍັງອຸດົມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນ ສິນໃນນໍ້າ ມີແມ່ນໍ້າຂອງ ນໍ້າຕອນ ນໍ້າສັງ ທີ່ເອື້ອອໍານວຍຄວາມສະດວກໃນການດໍາລົງຊີວິດຂອງປະຊາຊົນໃນຂົງເຂດນີ້.
ບຸນກອງເຂົ້າຫອມ ຕິດພັນງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍສໍາຄັນ ເຊິ່ງພວກເຮົາໄດ້ຈັດຕັ້ງປະຕິບັດມາຫຼາຍປີຕິດຕໍ່ກັນ ແລະ ແມ່ນຮີດຄອງປະເພນີອັນດີງາມຂອງຊາດ-ຂອງເຜົ່າ ເຊີ່ງແມ່ນມູນມໍລະດົກອັນລໍ່າຄ່າຂອງບັນພະບູລຸດຂອງຊາດລາວໄດ້ປະຕິບັດສືບທອດກັນມາຫຼາຍຍຸກຫຼາຍສະໄໝ ຫຼາຍເຊັ່ນຄົນ.
ພໍຕົກມາຮອດເດືອນຍີ່ ກົງກັບເດືອນ 2 ລາວ ປະຊາຊົນຊາວພຸດພວກເຮົາກໍ່ໄດ້ສໍາເລັດໃນການເກັບກູ້ຜົນຜະລິດລະດູຝົນ ຈາກນັ້ນຈຶ່ງໄດ້ພ້ອມພຽງຮຽງໜ້າເຮັດບຸນກອງເຂົ້າເພື່ອເປັນການລ້ຽງເຈົ້າຖິ່ນເຈົ້າຖານຜູ້ປົກປັກຮັກສາໄຮ່ ນາ ຮົ້ວ ສວນ ຕາມຄວາມເຊື່ອຖື.
ການຈັດງານບຸນຄັ້ງນີ້ ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງເມືອງສັງທອງ ທັງເປັນການສົ່ງເສີມວຽກງານການທ່ອງທ່ຽວ ດຶງດູດເອົາແຂກພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມສະຖານທີ່ທາງປະຫວັດສາດ ທໍາມະຊາດ ນັບມື້ນັບຫຼາຍຂຶ້ນ.
ການຈັດງານຄັ້ງນີ້ ກໍ່ເພື່ອເປັນການອະນຸລັກຮັກສາວັດທະນະທໍາອັນເກົ່າແກ່ ແລະ ກໍ່ເປັນການສຶກສາອົບຮົມ ປູກຈິດສໍານຶກຖັນແຖວຊາວໜຸ່ມ ເຍົາວະຊົນ ອະນຸຊົນ ໃຫ້ມີຄວາມສາມັກຄີ ມີນໍ້າໃນຮັກເຊື້ອແພງຊາດ ຮັກບ້ານເກີດເມືອງນອນ ຮັບຮູ້ ເຂົ້າໃຈ ກ່ຽວກັບແຜນການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າໃນເມື່ອກ່ອນໂດຍມີການສົມທົບກັບປະຈຸບັນ.
ກິດຈະກໍາໃນວັນບຸນດັ່ງກ່າວ ຈະມີກ້ອນກໍາລັງແຫ່ຕິດຕໍ່ກັນ 6 ຂະບວນ ເຊັ່ນ: ຂະບວນການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ (ຖືໝາກເບັງ ແລະ ກັນຕົ້ນ) ຂະບວນຊາວໜຸ່ມ-ເຍົາວະຊົນ ຂະບວນກໍາລັງ ປກຊ-ປກສ ຂະບວນສີລະປະ ຂະບວນຂອງມວນຊົນ.
ຫຼັງຈາກນັ້ນ ບັນດາທ່ານຍັງຈະໄດ້ທ່ຽວຊົມກອງເຂົ້າຫອມສັງທອງ ຈໍານວນ 5 ກອງ (ກອງໃຫຍ່ 1 ກອງ ກວ້າງ 4 ແມັດ ສູງ 4 ແມັດ ກອງນ້ອຍ 4 ກອງ ກວ້າງ 175 ແມັດ ສູງ 2 ແມັດ) ປະກອບກັບອຸປະກອນການຜະລິດຫຼາກຫຼາຍສີສັນ ການວາງສະແດງ ແລະ ຂາຍສິນຄ້າຂອງປະຊາຊົນ ມາຈາກພາກສ່ວນຕ່າງໆ. ໃນຕອນທ້າຍຈະໄດ້ຮັບຊົມການສະແດງສິລະປະວັນນະຄະດີ ຈໍານວນ 3 ລາຍການ ມີການແຂ່ງຂັນສີລະປະຂອງຊາວໜຸ່ມ ແລະ ເຍົາວະຊົນ ນອກຈາກນີ້ພາຍໃນງານຈະໄດ້ມີການຄັດເລືອກ ນາງສາວງາມເຂົ້າຫອມສັງທອງ ແລະ ການແຂ່ງຂັນອາຫານພື້ນບ້ານ ທີ່ປຸງແຕ່ງຈາກປະຊາຊົນ ຂອງບັນດາບ້ານຕ່າງໆ ພາຍໃນເມືອງສັງທອງ.
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ