ຫາດຊາຍຟອງ ຈັດຝຶກອົບຮົມໃຫ້ຄວາມຮູ້ດ້ານເຕັກນິກ ວຽກງານໂທລະໂຄ່ງ ແລະ ການປະຊາສໍາພັນທີ່ດີຜ່ານໂທລະໂຄ່ງ

20/12/2024

ຫາດຊາຍຟອງ ຈັດຝຶກອົບຮົມໃຫ້ຄວາມຮູ້ດ້ານເຕັກນິກ ວຽກງານໂທລະໂຄ່ງ ແລະ ການປະຊາສໍາພັນທີ່ດີຜ່ານໂທລະໂຄ່ງ

ຈາກ: ໜສພ ວຽງຈັນໃໝ່ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ຮ່ວມກັບ ຫ້ອງການ ຖະແຫຼງຂ່າວ ວັດທະນະທໍາ ເມືອງຫາດຊາຍຟອງ ຈັດຝຶກອົບຮົມໃນຫົວຂໍ້ ເຕັກນິກການຄຸ້ມຄອງ ແລະ ການນໍາໃຊ້ເຄື່ອງຂະຫຍາຍສຽງ ລວມທັງວິທີການສ້ອມແປງ ຕິດຕັ້ງໂທລະໂຄ່ງ ແລະ ການປະຊາສໍາພັນທີ່ດີໃຫ້ກັບຜູ້ປະກາດຜ່ານໂທລະໂຄ່ງ ປະຈໍາບ້ານ ໃນຈຳນວນ 60 ບ້ານ.
ຊຸດເຝິກອົບຮົມດັ່ງກ່າວມີຂຶ້ນໃນອາທິດຜ່ານມາ ທີ່ຫ້ອງປະຊຸມຂອງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ໂດຍມີ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ທ່ານ ວຽງຄໍາ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄູຝຶກ ແລະ ຜູ້ຮັບຜິດຊອບວຽກງານທາງໂທລະໂຄ່ງປະຈໍາບ້ານເຂົ້າຮ່ວມ.
ການຈັດຝຶກອົບຮົມໃນຫົວຂໍ້ ເຕັກນິກການຄຸ້ມຄອງ ແລະ ການນໍາໃຊ້ເຄື່ອງຂະຫຍາຍສຽງ ລວມທັງວິທີການສ້ອມແປງ ຕິດຕັ້ງໂທລະໂຄ່ງ ແລະ ການປະຊາສໍາພັນທີ່ດີໃຫ້ກັບຜູ້ປະກາດຜ່ານໂທລະໂຄ່ງ ປະຈໍາບ້ານ ໃນ 60 ບ້ານ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ
ການເຝິກອົບຮົມຄັ້ງດັ່ງກ່າວ ເພື່ອເພີ່ມທະວີບົດບາດດ້ານສື່ໃນຊຸມຊົນ ທີ່ເປັນກະບອກສຽງໃຫ້ກັບພັກ-ລັດ ໃນການນໍາເອົາຂໍ້ມູນທີ່ເປັນຈິງຖືກຕ້ອງ ແລະ ເນື້ອຫາອື່ນໆ ທີ່ມີລັກສະນະສ້າງສັນມານໍາສະເໜີຜ່ານໂທລະໂຄ່ງປະຈໍາບ້ານເພື່ອໃຫ້ພໍ່ແມ່ປະຊົນໃນແຕ່ລະບ້ານໄດ້ຮັບຮູ້ກ່ຽວກັບເຫດການຮອບດ້ານຜ່ານເມືອງໃນແຕ່ລະໄລຍະ ໂດຍສະເພາະກໍ່ແມ່ນບັນດາເນື້ອໃນ ມະຕິຄໍາສັ່ງ ແຈ້ງການຕ່າງໆ ທີ່ພັກ-ລັດ ຂັ້ນເທີງໄດ້ນໍາຈັດຕັ້ງຜັນຂະຫຍາຍຢູ່ບັນດາທ້ອງຖິ່ນໃຫ້ຮັບຮູ້ຢ່າງທົ່ວເຖິງ ພ້ອມນັ້ນກໍ່ຍັງເປັນການຍົກລະດັບທາງດ້ານຄວາມຮູ້ຄວາມສາມາດໃຫ້ແກ່ອົງການປົກຄອງບ້ານມີຄວາມເຂັ້ມແຂງທາງດ້ານວິຊາການ ເພື່ອໃຫ້ໄດ້ນໍາໃຊ້ເຂົ້າວຽກງານຕົວຈິງຢ່າງມີຄວາມຄ່ອງແຄ້ວຊໍານານ ສາມາດຕອບຕ້ານໄດ້ທຸກສະຖານະການທີ່ໂຄ່ນລົ້ມໂຈມຕີໃນທາງທີ່ບໍ່ມີມູນຄວາມຈິງ ໃຫ້ກັບ ພັກ-ລັດ.
 
 
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ