ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ

13/12/2024

ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ

ຈາກ: ໜສພ ວຽງຈັນໃໝ່
ປະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ທີ່ບ້ານນາເຊັງ ເມືອງຄັນທະບູລີ ແຂວງສະຫວັນນະເຂດ ໃນຄອບຄົວພໍ່ເປັນຂ້າລາຊະການ ຊີວິດເມື່ອເຍົາໄວຂອງເພິ່ນ ແມ່ນຊີວິດອັນອົບອຸ່ນ ເຕັມໄປດ້ວຍຄວາມຮັກ ແລະ ຄວາມເອົາໃຈໃສ່ ຂອງພໍ່ແມ່ ເມື່ອອາຍຸໄດ້ 7 ປີ ກໍໄດ້ເຂົ້າຮຽນຊັ້ນປະຖົມ ພາສາລາວ ແລະ ພາສາຝຣັ່ງ ຢູ່ສະຫວັນນະເຂດ ພາຍຫຼັງຮຽນຈົບຊັ້ນປະຖົມກໍໄປຮຽນ ຕໍ່ວິທະຍາໄລ ໂປຣເຕັກໂຕຣາ ທີ່ຮ່າໂນ້ຍ ປະເທດຫວຽດນາມ ແລະ ປີ 1943 ເຂົ້າຮຽນ ຕໍ່ມະຫາວິທະຍາໄລຂະແໜງ ກົດໝາຍ ທີ່ຮ່າໂນ້ຍ ຕໍ່ມາໃນປີ 1944 ກໍໄດ້ເຂົ້າເປັນສະມາຊິກ ສະມາຄົມຊາວໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທໍາອິດຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ ແລະ ໃນປີ 1946 ປະທານ ໄກສອນ ພົມວິຫານ ກໍໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ລາວ - ຫວຽດນາມ.
ນັບຕັ້ງແຕ່ປີ 1947 ເປັນຕົ້ນມາ ປະທານ ໄກສອນ ພົມວິຫານ ໄດ້ເລີ່ມເຂົ້າສູ່ຊີວິດນັກປະຕິວັດທີ່ ໜຸ່ມນ້ອຍ ເຊິ່ງເປັນໄລຍະແຫ່ງການຮຽນຮູ້ທິດສະດີປະຕິວັດ ເພື່ອເປັນພື້ນຖານທາງດ້ານແນວຄິດ ເປັນອາວຸດອັນແຫຼມຄົມ ທາງດ້ານປັນຍາຄວາມຮູ້ ເພີ່ນໄດ້ພະຍາຍາມ ຄົ້ນຄວ້າເອກະສານ, ບົດຄວາມເຫັນ, ບົດຂຽນຕ່າງໆ ຂອງບັນດາຜູ້ນໍາການປະຕິວັດຫວຽດນາມ ເປັນຕົ້ນແມ່ນ ຂອງປະທານ ໂຮ່ຈີມິນ ທ່ານ ເຈື່ອງຈິງ ທ່ານ ຟາມວັນດົງ ທ່ານ ຫວໍຫງວຽນຢາບ ເອກະສານກ່ຽວກັບ ລັດທິມາກ - ເລນິນ ແລະ ບົດນິພົນທິດສະດີປະຕິວັດ ອື່ນໆ ແລະ ໃນປີ ດຽວກັນ ປະທານ ໄກສອນ ພົມວິຫານ ກໍໄດ້ເຂົ້າຮ່ວມວຽກ ຢູ່ໃນອົງການໂຄສະນາ ເຂດ 12 ພາກເໜືອ ຂອງຫວຽດນາມ ແລະ ເລີ່ມເຄື່ອນໄຫວປະຕິວັດ ຢ່າງເປັນຮູບປະທໍາ.
ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ກໍາເນີດໃນສະພາບແວດລ້ອມທີ່ປະເທດຊາດ ຂອງພວກເຮົາ ໄດ້ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດຕ່າງດ້າວ ປະຊາຊົນຖືກກົດຂີ່ຂົ່ມເຫັງຢ່າງ ໜັກໜ່ວງ ຕໍ່ໜ້າສະພາບການດັ່ງກ່າວ ປະທານ ໄກສອນ ພົມວິຫານ ໄດ້ຊອກຮູ້ ກ່ຽວກັບສາເຫດ ທີ່ພາໃຫ້ປະເທດຊາດ ແລະ ປະຊາຊົນເຮົາຕົກຢູ່ໃນ ສະພາບເຄາະເຂັນແນວນັ້ນ ຈາກນັ້ນ ເພິ່ນຈຶ່ງມີນໍ້າໃຈຮັກຊາດອັນສູງສົ່ງ ນັບຕັ້ງແຕ່ເປັນຊາວໜຸ່ມນັກສຶກສາ ຍ້ອນໄດ້ຮັບແສງສະຫວ່າງ ຂອງລັດທິມາກ - ເລນິນ ໄດ້ຮັບການສຶກສາອົບຮົມບົ່ມເພາະຈາກ ປະທານໂຮ່ຈີມິນ ແລະ ນັກປະຕິວັດຜູ້ອື່ນໆ ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ເດີນເລິກເຂົ້າສູ່ເສັ້ນທາງປົດປ່ອຍຊາດ ປົດປ່ອຍປະຊາຊົນ ອອກຈາກແອກປົກຄອງຂອງພວກຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດ ຜ່ານພຶດຕິກໍາຕົວຈິງ ປະທານ ໄກສອນ ພົມວິຫານ ໄດ້ຮັບຮູ້ແຈ້ງວ່າ: “ຢາກປົດປ່ອຍປະເທດຊາດຕ້ອງເຮັດການປະຕິວັດ, ເພື່ອເຮັດການປະຕິວັດຢ່າງແທ້ຈິງ ຕ້ອງມີທິດສະດີປະຕິວັດນໍາພາ” ສະນັ້ນ ເພິ່ນຈຶ່ງທັງຄົ້ນຄວ້າຮໍ່າຮຽນ ທິດສະດີມາກ - ເລນິນ ທັງໝູນໃຊ້ທິດສະດີເຂົ້າໃນຂະບວນການປະຕິວັດ.
ວັນທີ 27 ກຸມພາ 1948 ສູນກາງພັກກອມມູນິດອິນດູຈີນ ໄດ້ຕົກລົງສ້າງຕັ້ງກອງຕະລຸມບອນ ເຂດລາວເໜືອ ແລະ ປະທານ ໄກສອນ ພົມວິຫານ ຖືກມອບໝາຍໃຫ້ເປັນຫົວໜ້າ ກອງຕະລຸມບອນ ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ ຈັດຕັ້ງກອງກໍາລັງປະກອບອາວຸດ ສ້າງຖານທີ່ໝັ້ນທໍາອິດ ຂອງການປະຕິວັດ ຢູ່ເຂດຕາເວັນອອກສຽງເໜືອຂອງລາວ ໂດຍເອົາບໍລິເວນ ລາວຮຸ່ງ ພຽງສາ ມອງນໍ້າ ຜາຫຼວງ ທີ່ຂຶ້ນກັບເມືອງຊຽງຄໍ້ ແຂວງຫົວພັນ ເປັນໃຈກາງເຄື່ອນໄຫວສ້າງຮາກຖານປະຕິວັດ ທັງສູ້ຮົບທັງຂົນຂວາຍປະຊາຊົນ ທັງຈັດຕັ້ງທະຫານລາດກອງຫຼອນ ແລະ ຕ້ານການກວດລ້າງ ຂອງສັດຕູ ຍ້ອນໄດ້ຜ່ານການເຝິກ ຝົນທົດສອບຢ່າງລະອິດລະອ້ຽວ ໃນຂະບວນການປະຕິວັດ ດັ່ງນັ້ນ ໃນວັນທີ 6 ມັງກອນ 1949 ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ສະໝັກເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ ແລະ ໃນວັນທີ 28 ກໍລະກົດ 1949 ໄດ້ຖືກຮັບເປັນສະມາຊິກພັກສົມບູນ ຕັ້ງແຕ່ນັ້ນມາ ປະທານ ໄກສອນ ພົມວິຫານ ໄດ້ກ້າວເດີນບົນເສັ້ນທາງການປະຕິວັດ ທີ່ຍຶດໝັ້ນ ລັດທິມາກ - ເລນິນ ດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ ແລະ ດ້ວຍມານະຈິດອັນແນວແນ່ ໂດຍບໍ່ຫວັ່ນໄຫວຄອນແຄນ ຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍ່ທໍ້ຖອຍ ຍອມຈໍານົນ ຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ໃດໆທັງສິ້ນ ມີແຕ່ເດີນໜ້ານໍາພາກໍ່ສ້າງ - ຂະຫຍາຍກໍາລັງປະຕິວັດໃຫ້ເຕີບໃຫຍ່ ເຂັ້ມແຂງໃນທຸກດ້ານ ໃນວັນທີ 20 ມັງກອນ 1949 ປະທານ ໄກສອນ ໄດ້ປະກາດສ້າງຕັ້ງກອງທັບລາວ ອິດສະຫຼະຂຶ້ນ ແລະ ເພີ່ນໄດ້ຖືກແຕ່ງຕັ້ງເປັນຜູ້ບັນຊາການກອງທັບ.
ປະທານ ໄກສອນ ພົມວິຫານ ໄດ້ຮັບຮູ້ແຈ້ງວ່າ: “ການປະຕິວັດຕ່າງກັບການປະຕິຮູບ ແລະ ການລັດຖະປະຫານ ການປະຕິວັດ ແມ່ນການຕໍ່ສູ້ຊົນຊັ້ນ ທີ່ດຸເດືອດຂ້ຽວຂາດ” ສະນັ້ນ ຢາກເອົາຊະນະສັດຕູ ຕ້ອງມີນໍ້າໃຈປະຕິວັດ ເດັດດ່ຽວໜຽວແໜ້ນ ແລະ ຕໍ່ສູ້ສຸດກົດສຸດປາຍ ເຊິ່ງກ່ອນອື່ນໝົດ ແມ່ນຕ້ອງມີກໍາລັງປະຕິວັດ ແລະ ມີຖານທີ່ໝັ້ນ ເພື່ອເປັນບ່ອນອີງໃຫ້ແກ່ການຕໍ່ສູ້ອັນຍືດເຍື້ອຍາວນານ ເພາະວ່າພວກເຮົາຕໍ່ສູ້ກັບສັດຕູທີ່ມີຄວາມເຂັ້ມແຂງທີ່ສຸດ ເຊິ່ງບໍ່ສາມາດເອົາຊະນະສັດຕູໄດ້ ໃນໄລຍະທາງອັນສັ້ນ ຈາກແນວຄິດຊີ້ນໍາ ທີ່ເປັນຍຸດທະສາດດັ່ງກ່າວ ດ້ວຍຄວາມເປັນເອກະພາບສູງ ເພິ່ນຈຶ່ງໄດ້ນໍາພາກໍ່ສ້າງຖານທີ່ໝັ້ນການປະຕິວັດຂຶ້ນ ເລີ່ມຈາກຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ແລ້ວຄ່ອຍໆຂະຫຍາຍອອກກາຍເປັນເຂດປົດປ່ອຍອັນກວ້າງໃຫຍ່ ນອກນີ້ ປະທານ ໄກສອນ ພົມວິຫານ ຍັງໄດ້ຮັບຮູ້ແຈ້ງວ່າ: ຂະບວນການປະຕິວັດ ຢູ່ປະເທດເຮົາ ເພື່ອເອົາຊະນະກັບຈັກກະພັດຜູ້ຮຸກຮານ ຈໍາເປັນຕ້ອງມີພັກນໍາພາ ຍ້ອນແນວນັ້ນ ອີງຕາມການຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ປີ 1951 ປະທານ ໄກສອນພົມວິຫານ ຈຶ່ງໄດ້ຮ່ວມກັບໝູ່ຄະນະສ້າງຕັ້ງ “ພັກປະຊາຊົນລາວ” ຂຶ້ນໃນວັນທີ 22 ມີນາ 1955 ຊຶ່ງແມ່ນ “ພັກປະຊາຊົນປະຕິວັດລາວ” ໃນປັດຈຸບັນ.
ນັບແຕ່ມີພັກນໍາພາຂະບວນການປະຕິວັດ ຂອງປະເທດເຮົາໄດ້ຮັບໄຊຊະນະເປັນກ້າວໆ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງຂຶ້ນເລື້ອຍໆ ໂດຍພາຍໃຕ້ການນໍາພາໂດຍກົງຂອງ ປະທານ ໄກສອນ ພົມວິຫານ ໃນຖານະທີ່ເປັນຜູ້ນໍາໜ້າພາທາງ ແລະ ເປັນຜູ້ນໍາໃນຫຼາຍຕໍາແໜ່ງ ໄດ້ນໍາພາການຕໍ່ສູ້ປະຕິວັດ ຢູ່ປະເທດເຮົາ ມີຜົນສໍາເລັດ ແລະ ໄຊຊະນະອັນໃຫຍ່ຫຼວງ ໃນແຕ່ລະໄລຍະ ຂອງການປະຕິວັດ ຈົນກ້າວໄປສູ່ໄຊຊະນະຢ່າງສົມບູນ ສາມາດທັບມ້າງແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ທີ່ຄອບງໍາປະເທດເຮົາ ເປັນເວລາ 80 ກວ່າປີ ໃຫ້ພັງລະລາຍລົງຢ່າງສິ້ນເຊິງ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍຜົນງານ ແລະ ໄຊຊະນະຕະຫຼອດໄລຍະ ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ ອັນປີຊາສາມາດຂອງ ປະທານ ໄກສອນ ພົມວິຫານ ພ້ອມດ້ວຍຜູ້ນໍາຄົນອື່ນໆ ໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ອັນສະຫງ່າອົງອາດ ຂອງຊາດລາວຕະຫຼອດໄປ.
ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນແລ້ວ ພັກເຮົາອັນມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ໄດ້ນໍາພາທົ່ວປວງຊົນລາວທັງຊາດ ກໍ່ສ້າງລະບອບໃໝ່ ໂດຍປະຕິບັດສອງໜ້າທີ່ຍຸດທະສາດຄື: “ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ”ຕາມເສັ້ນທາງສັງຄົມນິຍົມ ເຊິ່ງເພິ່ນໄດ້ຊີ້ບອກວ່າ: ການກໍ່ສ້າງລະບອບໃໝ່ ແມ່ນພາລະກິດອັນຍິ່ງໃຫຍ່ ສະຫງ່າງາມທີ່ສຸດຂອງຊາດເຮົາ ແຕ່ກໍເປັນພາລະກິດທີ່ຫຍຸ້ງຍາກ ໜັກໜ່ວງທີ່ສຸດ ເພາະພວກເຮົາ ບໍ່ມີພື້ນຖານວັດຖຸເຕັກນິກອັນຈໍາເປັນ ຍ້ອນເປັນປະເທດດ້ອຍພັດທະນາ ທັງຖືກສົງຄາມທໍາລາຍ ເຜົາຜານ ເປັນເວລາຫຼາຍສິບປີ ອີກດ້ານໜຶ່ງ ອິດທິກໍາລັງປໍລະປັກ ຍັງດໍາເນີນການປິດລ້ອມ ແລະ ຫວັງມ້າງເພທໍາລາຍ ລະບອບໃໝ່ ຂອງພວກເຮົາ ດ້ວຍກົນອຸບາຍອັນເລິກແລບ ບົນພື້ນຖານນັ້ນ ປະທານ ໄກສອນ ເພິ່ນມີຄວາມສະດຸ້ງໄວ ແລະ ຕັດສິນໃຈປັບປຸງແນວທາງແຜນນະໂຍບາຍ ແຫ່ງການກໍ່ສ້າງລະບອບໃໝ່ໃຫ້ສອດຄ່ອງ ອັນພົ້ນເດັ່ນທີ່ສຸດ ແມ່ນການນໍາພາລິເລີ່ມຄົ້ນຄວ້າວາງແນວທາງປ່ຽນ ແປງໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກ ເພິ່ນໄດ້ຮ່ວມກັບໝູ່ຄະນະນໍາພາການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຢ່າງມີບາດກ້າວ ແລະ ມີຂັ້ນຕອນທີ່ ເໝາະສົມ ເຊິ່ງເລີ່ມຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ເປັນຕົ້ນມາ ແລະມີໝາກຜົນເທົ່າປັດຈຸບັນ.
ຜົນງານອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຕະຫຼອດຊີວິດຂອງທ່ານ ແມ່ນທຸ່ມເທທຸກຢ່າງໃຫ້ກັບພາລະກິດປະຕິວັດ ປະເທດເຮົາໄດ້ມີຫຼາຍວິລະກໍາອັນລໍ້າເລີດ ທີ່ສະແດງໃຫ້ເຫັນເຖິງນໍ້າໃຈຮັກຊາດອັນສູງສົ່ງ ນໍ້າໃຈກໍາມະຊີບອັນໜັກແໜ້ນ ຄວາມເດັດດ່ຽວບໍ່ຍອມຈໍານົນສັດຕູ ຄວາມສະຫຼຽວສະຫຼາດ ແລະ ຄວາມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນຢ່າງບໍ່ມີຂີດຈໍາກັດ ເຊິ່ງສະແດງອອກຢູ່ໃນພຶດຕິກໍາຕົວຈິງ ແລະ ຜ່ານຂະບວນວິວັດແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຈາກການຕໍ່ສູ້ດ້ວຍສອງຝາມືເປົ່າ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນປັດຈຸບັນ ໄຊຊະນະທີ່ຍາດມາໄດ້ທັງໝົດນັ້ນແມ່ນຍ້ອນຄວາມສະຫຼາດຫຼັກແຫຼມ ຄວາມມີໄຫວພິບຂອງພັກເຮົາ ແລະ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ ໂດຍມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ ສະນັ້ນ ຜົນງານ ອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ ໃນພາລະກິດປະຕິວັດ ປະເທດເຮົາທີ່ຍັງຄົງໄວ້ຄູ່ກັບຊາດລາວເຮົາຕະຫຼອດໄປມີຄື: ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງກອງລາດຊະວົງ ໃນວັນທີ 20 ມັງກອນ 1949 ກາຍເປັນກອງທັບປະຊາຊົນລາວ ໃນປັດຈຸບັນ ແລະ ໄດ້ກໍານົດເອົາວັນດັ່ງກ່າວເປັນວັນສ້າງຕັ້ງກອງທັບປະຊາຊົນລາວ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ ສ້າງຕັ້ງພັກປະຊາຊົນລາວ ໃນວັນທີ 22 ມີນາ 1955 ກາຍເປັນ ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ແລະ ໄດ້ກໍານົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ ຕໍ່ສູ້ລົບລ້າງແອກປົກຄອງ ຂອງພວກຈັກກະພັດທັງແບບເກົ່າ ແລະ ແບບໃໝ່ ຍາດເອົາເອກະລາດ ອິດສະຫຼະພາບມາໃຫ້ປະເທດຊາດຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ ນໍາພາສະຖາປະນາປະເທດຊາດເປັນ ສປປ ລາວ ທີ່ເດີນຕາມເສັ້ນທາງສັງຄົມນິຍົມ ແລະ ໄດ້ກໍານົດເອົາວັນດັ່ງກ່າວເປັນວັນຊາດ ຂອງ ສປປ ລາວ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຫຼັກການຢູ່ປະເທດເຮົາ ເຮັດໃຫ້ບາດກ້າວເດີນ ຂອງປະເທດເຮົາ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີການພັດທະນາຢ່າງກ້າວກະໂດດ ໂດຍພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ.
ຈາກຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດເຮົາ ຢ່າງລົ້ນເຫຼືອ ໃນພາລະກິດປະຕິວັດ ຂອງເພິ່ນ ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນ ປະເພດຕ່າງໆ ດັ່ງນີ້: ໄດ້ຮັບນາມມະຍົດວິລະຊົນແຫ່ງຊາດ ໄດ້ຮັບຫຼຽນຄໍາແຫ່ງຊາດ ຫຼຽນໄຊອິດສະຫຼະຊັ້ນ 1 ຫຼຽນໄຊປະຕິວັດຊະນະເລີດຊັ້ນ 1 ແລະ ຫຼຽນກາຕໍ່ຕ້ານຝຣັ່ງ ຫຼຽນກາຕໍ່ຕ້ານອາເມຣິກາ ຫຼຽນລະນຶກ 5 ປີ ຂອງລະບອບໃໝ່ ໄດ້ຮັບຫຼຽນໄຊດາວຄໍາ ແລະ ຫຼຽນໄຊໂຮ່ຈິມິນ ຈາກສສ ຫວຽດນາມ ຫຼຽນໄຊເລນິນ ແລະ ຫຼຽນໄຊມະຫາປະຕິວັດເດືອນຕຸລາ ຈາກສະຫະພາບໂຊວຽດ ຫຼຽນໄຊກາກ-ມາກຈາກ ສປ ເຢຍລະມັນ ຫຼຽນໄຊ ໂຮ່ເຊມາກຕີຈາກ ສ.ກູບາ ຫຼຽນໄຊດີມີຕໍຮອບ ຈາກ ສປ ບູນກາລີ ຫຼຽນໄຊ ຊູເຄບາຕໍ ຈາກ ສປ ມົງໂກລີ ຫຼຽນໄຊທຸງຊາດຊັ້ນ 1 ຈາກ ສປປ ເກົາຫຼີ ໄດ້ຮັບເຄື່ອງລາຊະອິດສະລິຍະພອນ ລາຊະມິດຕະພອນ ຈາກລາຊະອານາຈັກໄທ ແລະ ໄດ້ຮັບປະລິນຍາລັດຖະສາດ ດຸສະດີບັນດິດ ກິດຕິມະສັກ ຂັ້ນປະລິນຍາເອກ ຈາກມະຫາວິທະຍາໄລ ທໍາມະສາດ ລາຊະອານາຈັກໄທ.
ແບບຢ່າງອັນດີເລີດຂອງ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ດີເລີດ ກ່ຽວກັບ ຄຸນທາດການເມືອງ ເປັນຜູ້ນໍາທີ່ມີຄຸນສົມບັດ ສິນທໍາປະຕິວັດອັນຜ່ອງໃສ ມີຄວາມຈົງຮັກພັກດີຢ່າງເດັດຂາດ ຕໍ່ຊາດ ແລະ ປະຊາຊົນ ຍອມເສຍສະຫຼະທຸກຢ່າງ ເພື່ອອຸທິດ ໃຫ້ແກ່ການຕໍ່ສູ້ປະຕິວັດ ດໍາລົງຊີວິດແບບລຽບງ່າຍ ປະຢັດ ແລະ ຊື່ສັດບໍລິສຸດ ຢ່າງແທ້ຈິງ ມີຄວາມເຂັ້ມງວດ ຕໍ່ຕົນເອງ ບໍ່ສວຍໃຊ້ຖານະຕໍາແໜ່ງ ເພື່ອກອບໂກຍເອົາຜົນປະໂຫຍດມາໃຫ້ຕົນເອງ ແລະ ຄອບຄົວ ເປັນຜູ້ນໍາທີ່ມີຄວາມອົດທົນພາກພຽນ ໃນການຄົ້ນຄວ້າຮໍ່າຮຽນ ສະແຫວງຫາຄວາມຮູ້ ເພື່ອຍົກລະດັບການນໍາພາ-ຊີ້ນໍາໃຫ້ທັນກັບການປ່ຽນແປງ ຂອງສະຖານະການໃນແຕ່ລະໄລຍະ ເປັນປັນຍາຊົນທີ່ ສະຫຼາດສະຫຼຽວຜູ້ໜຶ່ງ ເພິ່ນເປັນຄົນດຸໝັ່ນ ຄົ້ນ ຄວ້າຮໍ່າຮຽນ ທາງດ້ານທິດສະດີມາກ-ເລນິນ ແລະ ບົດຮຽນ ຂອງບັນດາຜູ້ນໍາ ການປະຕິວັດໂລກ ກໍຄືຮຽນ
ນໍາໝູ່ຄະນະ ແລະ ຮຽນນໍາມະຫາຊົນ ຍ້ອນແນວນັ້ນ ເພິ່ນຈຶ່ງມີຄວາມຮອບຮູ້ ຕໍ່ບັນຫາຕ່າງໆຢ່າງເລິກເຊິ່ງ ແລະ ເປັນພື້ນຖານໃຫ້ແກ່ການຄົ້ນຄວ້າວາງແນວທາງ ຂອງການປະຕິວັດໃນແຕ່ລະໄລຍະຢ່າງຖືກຕ້ອງ.
ປະທານ ໄກສອນ ພົມວິຫານ ເປັນນັກປຸກລະດົມຂົນຂວາຍທີ່ມີວິທີການຄ່ອງແຄ້ວ ມີວາທະສິນ ແລະ ສີລະປະໃນການເວົ້າ ການອະທິບາຍຊີ້ແຈງບັນຫາຕ່າງໆຢ່າງມີເຫດມີຜົນ, ມີຊີວິດຊີວາ ແລະ ຈັບໃຈຜູ້ຟັງ ເພິ່ນຍຶດໝັ້ນເດີນຕາມແນວທາງມະຫາຊົນ, ລົງເລິກໃກ້ຊິດຕິດແທດມະຫາຊົນ, ກໍາໄດ້ຄວາມມຸ້ງມາດປາຖະໜາ ຂອງປະຊາຊົນທຸກເຜົ່າ; ໃນໄລຍະການຕໍ່ສູ້ປົດປ່ອຍຊາດ ເພິ່ນໄດ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງຢ່າງຈົດຈໍ່, ທັງເປັນແບບຢ່າງອັນພົ້ນເດັ່ນ ຂອງການນໍາທີ່ໃກ້ຊິດຕິດ ແທດກັບຮາກຖານ; ຍ້ອນແນວນັ້ນປະຊາຊົນບັນດາເຜົ່າ ຈຶ່ງມີຄວາມຮັກ, ຄວາມເຊື່ອໝັ້ນຕໍ່ ປະທານ ໄກສອນ ພົມວິຫານ ແລະ ເດັດດ່ຽວເດີນຕາມການນໍາພາ ຂອງພັກເຮົາ ກ້າວເຂົ້າສູ່ໄລຍະໃໝ່ ເພິ່ນໄດ້ສັ່ງສອນວ່າ: ພັກເຮົາໄດ້ກາຍເປັນພັກກໍາອໍານາດ, ມີຄວາມຮັບຜິດຊອບໂດຍກົງ ຕໍ່ຊະຕາກໍາ ຂອງປະເທດຊາດ ແລະ ປະຊາຊົນ; ໃນເມື່ອກໍາອໍານາດແລ້ວຕ້ອງລະມັດລະວັງ ຕໍ່ຄວາມຜິດພາດອັນຮ້າຍແຮງ 2 ປະການຄື: ຄວາມຜິດພາດທີ່ເກີດຈາກການວາງແນວທາງຜິດ ແລະ ຄວາມຜິດພາດທີ່ເກີດຈາກພະຍາດອາດຍາສິດ ຂອງພະນັກງານສະມາຊິກພັກທີ່ສະແດງອອກໃນຮູບການຕ່າງໆ ໃນນັ້ນ ອັນຕະລາຍທີ່ສຸດ ແມ່ນການຫ່າງເຫີນຈາກປະຊາ ຊົນ ບໍ່ເອົາໃຈ ໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຊອບທໍາ ຂອງປະຊາຊົນ ມີການສໍ້ລາດບັງຫຼວງດ້ວຍຮູບການຕ່າງໆ ສະນັ້ນ ພວກເຮົາຕ້ອງເດັດດ່ຽວຕໍ່ສູ້ກັບຄວາມຜິດພາດດັ່ງກ່າວ ປະທານ ໄກສອນ ພົມວິຫານ ແມ່ນນັກຍຸດທະສາດ ທັງທາງດ້ານການເມືອງ ເສດຖະກິດ ວັດທະນະທໍາ - ສັງຄົມ ກົດໝາຍ ແລະ ການທູດ ທັງເປັນນັກຕໍ່ສູ້ປະຕິວັດ ຂອງປະເທດເຮົາ ແມ່ນການຕໍ່ສູ້ກັບຈັກກະພັດທີ່ໃຫຍ່ໂຕ ເຂັ້ມແຂງ ແລະ ໂຫດຫ້ຽມ ດັ່ງນັ້ນ ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ໃຫ້ທັດສະນະວ່າ: ຢາກເອົາຊະນະກັບສັດຕູທີ່ເຂັ້ມ ແຂງນັ້ນໄດ້ຈໍາເປັນຕ້ອງ ມີຍຸດທະສາດທາງການເມືອງ ແລະ ການທະຫານ ທີ່ເໝາະກັບການຜັນແປຂອງສະພາບ ການໃນແຕ່ລະໄລຍະ ອີງໃສ່ທັດສະນະຊີ້ນໍາດັ່ງກ່າວ ແລະ ອີງໃສ່ຈຸດພິເສດ ຂອງປະເທດເຮົາ ການປະຕິວັດໄດ້ເຂົ້າຮ່ວມປະສົມກັບຝ່າຍກົງກັນຂ້າມເຖິງ 3 ຄັ້ງ ເຊິ່ງແຕ່ລະຄັ້ງ ໄດ້ເຮັດໃຫ້ກໍາລັງປະຕິວັດມີຄວາມເຕີບໃຫຍ່ເຂັ້ມແຂງ ເຊິ່ງເຫດການຄືດັ່ງກ່າວ ບໍ່ເຄີຍມີມາໃນຂະບວນການປະຕິວັດໂລກ ການວາງຍຸດທະສາດ ແລະ ຍຸດໂທບາຍ ກໍຄືວິທີປະຕິວັດດັ່ງກ່າວນັ້ນ ແມ່ນການສົມທົບຢ່າງຄ່ອງແຄ້ວ ກ່ຽວກັບການນໍາໃຊ້ກໍາລັງແຮງດ້ານການເມືອງ ກັບກໍາລັງແຮງທາງດ້ານການທະຫານ ສົມທົບແໜ້ນ ລະຫວ່າງການຕໍ່ສູ້ທີ່ຖືກກົດໝາຍ ແລະ ເຄິ່ງກົດໝາຍ ໃນທີ່ສຸດກໍສາມາດນໍາພາການປະຕິວັດຊາດ ປະຊາທິປະໄຕ ໄປສູ່ໄຊຊະນະຢ່າງສົມບູນ ແລະ ກ້າວຂຶ້ນສູ່ລະບອບໃໝ່ ຕາມເສັ້ນທາງສັງຄົມນິຍົມ.
ປະທານ ໄກສອນ ພົມວິຫານ ເປັນແກ່ນສານອັນໜັກແໜ້ນ ຂອງຄວາມສາມັກຄີ ເປັນເອກະພາບ ພາຍໃນພັກ ແລະ ພາຍໃນຊາດ ເພິ່ນເຄີຍອົບຮົມຕັກເຕືອນພະນັກງານ ແລະ ປະຊາຊົນເຮົາຕະຫຼອດມາວ່າ: ໃຫ້ມີສະຕິລະວັງຕົວສູງ ເປັນປະຈໍາ ຕໍ່ກົນອຸບາຍ ຂອງລັດທິລ່າເມືອງຂຶ້ນທີ່ພວກເຂົາດໍາເນີນນະໂຍ ບາຍແບ່ງແຍກຊົນເຜົ່າດ້ວຍຮູບການ ແລະ ວິທີການຕ່າງໆ ໂດຍອີງໃສ່ເງື່ອນໄຂທີ່ປະເທດເຮົາເປັນປະເທດນ້ອຍ ແຕ່ປະກອບດ້ວຍຫຼາຍຊົນເຜົ່າ ສະນັ້ນ ຢາກເອົາຊະນະກັບກົນອຸບາຍອັນຊົ່ວຮ້າຍນັ້ນໄດ້ ພວກເຮົາຈໍາເປັນຕ້ອງມີຄວາມສາມັກຄີເປັນປຶກແຜ່ນ ລະຫວ່າງ ປວງຊົນທັງຊາດ ພາຍໃຕ້ການນໍາພາ ຂອງພັກ ເພິ່ນຍັງສັ່ງສອນອີກວ່າ: ເພື່ອໃຫ້ພັກເຮົາເຮັດຫຼ້ອນພາລະກໍາປະຫວັດສາດ ໃນການນໍາພາການຕໍ່ສູ້ປະຕິວັດທີ່ຫຍຸ້ງຍາກ ລະອິດລະອ້ຽວ ໄປສູ່ໄຊຊະນະຕາມຈຸດໝາຍປາຍທາງນັ້ນ ພາຍໃນພັກຕ້ອງມີຄວາມສາມັກຄີ ເປັນເອກະພາບສູງ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ພິເສດແມ່ນຄວາມສາມັກຄີເປັນເອກະພາບ ພາຍໃນອົງການນໍາ ຂອງພັກແຕ່ລະຂັ້ນ ກ່ອນອື່ນໝົດ ແມ່ນຂັ້ນກົມການເມືອງສູນກາງພັກ ເພິ່ນໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ນັບແຕ່ການນໍາຂັ້ນສູງສຸດ ຂອງພັກ ລົງເຖິງສະມາຊິກພັກທຸກສະຫາຍ ຕ້ອງຮັກສາຄວາມສາມັກຄີເປັນເອກະພາບ ຂອງພັກ ຄືກັນກັບຮັກສາແກ້ວຕາ ຂອງຕົນ ເພິ່ນໄດ້ເນັ້ນໜັກວ່າ: ທຸກໆແນວຄິດ ແລະ ການກະທໍາ ທີ່ເປັນການກໍ່ພັກແຍກພວກດ້ວຍຮູບການຕ່າງໆ ລ້ວນແລ້ວແຕ່ຈະນໍາເອົາຄວາມເສຍຫາຍມາສູ່ພັກ ແລະ ການປະຕິວັດ ຖືວ່າອັນນັ້ນ ເປັນການກະທໍາທີ່ຜິດພາດຮ້າຍແຮງກວ່າໝູ່ທີ່ໃຫ້ອະໄພບໍ່ໄດ້ ປະທານ ໄກສອນ ພົມວິຫານ ແມ່ນນັກເຄື່ອນໄຫວສາກົນ ຜູ້ຫ້າວຫັນ ແລະ ຄ່ອງແຄ້ວ ທັງເປັນຜູ້ລິເລີ່ມ ວາງແນວທາງການຕ່າງປະເທດ ທີ່ສອດຄ່ອງກັບສະຖານະການ ຂອງໂລກ ແລະ ຮູ້ສົມທົບ ແໜ້ນ ລະຫວ່າງ ກໍາລັງແຮງ ຂອງຊາດ ກັບກໍາລັງແຮງ ຂອງຍຸກສະໃໝ.
ອັນທີ່ພົ້ນເດັ່ນທີ່ສຸດໃນການນໍາພາ ວາງແນວທາງການຕ່າງປະເທດ ແມ່ນການຖະນຸຖະໜອມ ຄວາມສາມັກຄີພິເສດ ລາວ - ຫວຽດນາມ ນັບຕັ້ງແຕ່ຮ່ວມກັນຕໍ່ສູ້ປົດປ່ອຍຊາດ ຈົນມາເຖິງໄລຍະໃໝ່ ກໍຍິ່ງໄດ້ຮັບການເພີ່ມພູນຄູນສ້າງກາຍ ເປັນສອງປະເທດ ທີ່ມີການພົວພັນຮ່ວມມືແບບພິເສດຮອບດ້ານທີ່ບໍ່ຄືປະເທດໃດ ຢູ່ໃນໂລກ ນອກນີ້ ປະທານ ໄກສອນ ພົມວິຫານ ຍັງໄດ້ໃຫ້ຄວາມສໍາຄັນ ຕໍ່ການເປີດກວ້າງ ພົວພັນຮ່ວມມື ກັບບັນດາປະເທດເພິື່ອນມິດ ທັງຢູ່ໃກ້ ແລະ ຢູ່ໄກ ຊຶ່ງກ່ອນອື່ນໝົດ ແມ່ນບັນດາປະເທດສັງຄົມນິຍົມອ້າຍນ້ອງ ເພື່ອຍາດແຍ່ງຄວາມເປັນໃຈ ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງສາກົນ.
ໃນເງື່ອນໄຂເຊື່ອມໂຍງກັບສາກົນ ປະທານ ໄກສອນ ພົມວິຫານ ຍັງໄດ້ຊີ້ບອກວ່າ: ພວກເຮົາຕ້ອງວາງຍຸດທະສາດ ອັນສະເໝີຕົ້ນສະເໝີປາຍ ບໍ່ປ່ຽນແປງ ແຕ່ຕ້ອງມີຍຸດໂທບາຍ ທີ່ມີການປ່ຽນແປງຕາມຄວາມຜັນແປງ ຂອງສະພາບການໂລກ ເຖິງຈະມີການປ່ຽນແປງແນວໃດກໍຕາມຍຸດໂທບາຍ ເວລາໃດກໍເປັນພາກສ່ວນໜຶ່ງ ຂອງຍຸດທະສາດ ຂຶ້ນກັບຍຸດທະສາດ ແລະ ຮັບໃຊ້ຍຸດທະສາດ.
ດ້ວຍປະຫວັດການເຄື່ອນໄຫວ ແລະ ຜົນງານອັນໂດດເດັ່ນ ຂອງປະທານ ໄກສອນ ພົມວິຫານ ທຸກ ຄົນຕ້ອງຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີເລີດຂອງທ່ານ ເພື່ອສືບທອດພາລະກິດຂອງພັກ ໃນໄລຍະໃໝ່ດ້ວຍຜົນງານອັນຍິ່ງໃຫຍ່ ໃນການນໍາພາ ການປະຕິວັດຊາດ ປະຊາທິປະໄຕຂອງ ປະທານ ໄກສອນ ພົມວິຫານ ທີ່ເປັນມໍລະດົກອັນລໍ້າຄ່າ ປະໄວ້ໃຫ້ພວກເຮົາຮຸ່ນຄົນຜູ້ສືບທອດຕໍ່ໆໄປໄດ້ ນໍາໄປເປັນແບບຢ່າງໃນການຈັດຕັ້ງປະຕິບັດ ແນວທາງແຜນນະໂຍບາຍ ຂອງພັກ ໃນແຕ່ລະໄລຍະໃຫ້ສໍາເລັດຜົນ ເຊິ່ງກ່ອນອື່ນໝົດແມ່ນຮໍ່າຮຽນເອົາແບບຢ່າງ ດ້ານຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ທາດແທ້ປະຕິວັດ ຄວາມຈົງຮັກພັກດີ ຕໍ່ພັກ ຕໍ່ປະເທດຊາດ ແລະ ປະຊາຊົນ ຂອງປະທານໄກສອນ ຮໍ່າຮຽນເອົາວິທີການເຝິກ ຝົນຫຼໍ່ຫຼອມຕົນເອງ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ດ້ວຍການຊອກຮູ້ຮໍ່າຮຽນນໍາບັນດາຜູ້ນໍາການປະຕິວັດ ຄົ້ນຄວ້າຢ່າງເລິກເຊິ່ງ ກ່ຽວກັບທິດສະດີ ມາກ-ເລນິນ ແນວຄິດ ອຸດົມການຂອງບັນດານັກຊ່ຽວຊານ ກໍຄືຜູ້ນໍາການປະຕິວັດໂລກ ກໍາແໜ້ນຈຸດພິເສດຂອງປະເທດ ແລະ ປະຊາຊົນ ຍ້ອນວ່າ ປະທານ ໄກສອນ ພົມວິຫານ ເປັນຄົນມັກອ່ານ ມັກຄົ້ນຄວ້າ ແລະ ມັກຊອກຮູ້ ຈາກພຶດຕິກໍາຕົວຈິງ ຈຶ່ງເຮັດໃຫ້ເພິ່ນກາຍເປັນຜູ້ນໍາທີ່ມີຄວາມຮູ້-ຄວາມສາມາດ ຢ່າງຮອບດ້ານ ຮໍ່າຮຽນເອົານໍ້າໃຈຮັກຊາດ ນໍ້າໃຈເສຍສະຫຼະອັນສູງສົ່ງຂອງ ປະທານ ໄກສອນ ພົມວິຫານ ເຊິ່ງຕະຫຼອດຊີວິດ ຂອງເພິ່ນ ແມ່ນອຸທິດຕົນເພື່ອການປະຕິວັດຢ່າງສຸດກົກສຸດປາຍ ໂດຍບໍ່ຄອນແຄນ ຕໍ່ຄວາມຫຍຸ້ງຍາກ ແລະ ເດັດດ່ຽວໜຽວແໜ້ນ ຕໍ່ອຸດົມການ ຂອງພັກ ຮໍ່າຮຽນເອົາແບບແຜນການນໍາພາ ແບບແຜນວິທີເຮັດວຽກ ແລະ ແບບແຜນການດໍາລົງຊີວິດ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ຢຶດໝັ້ນໃນຫຼັກການ ເຄັ່ງຄັດຕໍ່ລະບຽບວິໃນຕົວເອງ ເຮັດວຽກເປັນໝູ່ຄະນະປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ ດໍາລົງຊີວິດແບບລຽບງ່າຍ ປອດໃສຂາວສະອາດ ບໍ່ເອົາປຽບປະຊາຊົນ ຖືປະຊາຊົນເປັນກົກ ແລະ ເປັນຫ່ວງເປັນໃຍປະຊາຊົນຢ່າງແທ້ຈິງ ຮໍ່າຮຽນເອົາວິທີການປຸກລະດົມຂົນຂວາຍປະຊາຊົນ ແລະ ທັດສະນະມະຫາຊົນຂອງ ປະທານ ໄກສອນ ພົມວິຫານ ເພິ່ນເປັນຜູ້ນໍາທີ່ມີພອນສະຫວັນ ພອນສະແຫວງ ມີວາທະສິນ ແລະ ມີສີລະປະໃນການເວົ້າ ທັງມີວິທີການໂຄສະນາຊວນເຊື່ອທີ່ຄ່ອງແຄ້ວ ມີຄວາມໃກ້ຊິດຕິດແທດກັບປະຊາຊົນ ຖືປະຊາຊົນເປັນກົກ ຖືມະຫາຊົນເປັນບໍ່ເກີດແຫ່ງກໍາລັງຊັບ ແລະ ກໍາລັງຄົນທີ່ບໍ່ບົກແຫ້ງ ເພາະສະ ນັ້ນ ປະຊາຊົນຈຶ່ງຮັກແພງ ເຊື່ອຖື ແລະ ເດີນຕາມເສັ້ນທາງຂອງພັກ ເພິ່ນຍັງໄດ້ສັ່ງສອນວ່າ:“ສັດຕູພາຍໃນທີ່ອັນຕະລາຍທີ່ສຸດແມ່ນການສໍ້ລາດບັງຫຼວງ ແລະ ແນວຄິດຫ່າງເຫີນຈາກປະຊາຊົນ.
ແບບຢ່າງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງປະທານ ໄກສອນ ພົມວິຫານ ເພິ່ນແມ່ນນັກເຄື່ອນໄຫວສາກົນ ຜູ້ຫ້າວຫັນ ເປັນຜູ້ມີຫົວຄິດລິເລີ່ມ ໃນການວາງແນວທາງການຕ່າງປະເທດ ທີ່ສອດຄ່ອງກັບສະຖານະການ ຂອງໂລກ ຮູ້ສົມທົບ ລະຫວ່າງ ກໍາລັງແຮງ ຂອງຊາດ ກັບກໍາລັງແຮງ ຂອງຍຸກສະໃໝ. ເພິ່ນໄດ້ຊີ້ບອກວ່າ: ໃນຂະບວນວິວັດ ແຫ່ງການປະຕິວັດ ບໍ່ວ່າຍຸກສະໄໝໃດ ພວກເຮົາຕ້ອງໄດ້ວາງຍຸດທະສາດ ອັນສະເໝີຕົ້ນສະເໝີປາຍ ບໍ່ປ່ຽນແປງ ແຕ່ຕ້ອງມີຍຸດໂທບາຍ ທີ່ມີການປ່ຽນແປງຕາມການຜັນແປຂອງສະພາບການໂລກ ແລະ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ ເພື່ອຍາດແຍ່ງຄວາມເຫັນໃຈການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງສາກົນກໍຄືບັນດາປະເທດເພື່ອນມິດ.
ທັງໝົດນັ້ນ ແມ່ນສ່ວນໜຶ່ງຂອງຜົນງານ ແລະ ຄວາມເປັນແບບຢ່າງ ໃນການອຸທິດເຂົ້າໃນພາລະກິດປະຕິວັດ ອັນສຸດກົກສຸດປາຍຂອງ ປະທານ ໄກສອນ ພົມວິຫານ ເຊິ່ງເປັນບົດຮຽນອັນລໍ້າຄ່າທີ່ສຸດ ທີ່ເພິ່ນໄດ້ມອບໄວ້ໃຫ້ພວກເຮົາ ເພື່ອເປັນບົດຮຽນນໍາໃຊ້ເຂົ້າໃນການສືບທອດພາລະກິດຂອງພັກ ໃຫ້ໄປເຖິງຈຸດໝາຍປາຍທາງ ໃນເງື່ອນໄຂທີ່ສະພາບສາກົນ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍທົດສອບ ສົມທົບກັບສະ ພາບພາຍໃນພວກເຮົາ ມີຄວາມຫຍຸ້ງຍາກບໍ່ໜ້ອຍ ເພື່ອເຮັດຫຼ້ອນພາລະກໍາປະຫວັດສາດ ທີ່ມອບໝາຍໃຫ້ນັ້ນ ສະມາຊິກພັກ ພະນັກງານ ທະຫານ ຕໍາຫຼວດ ແລະ ປະຊາຊົນ ບັນດາເຜົ່າທົ່ວປະເທດ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນບຸກບືນສູ້ຊົນເຮັດໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍໃຫ້ສໍາເລັດ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ ຂອງພັກກາງສະໄໝ XI ຂອງແຕ່ລະຂັ້ນວາງອອກ ໃນໄລຍະທ້າຍສະໄໝໃຫ້ສໍາເລັດ ສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ແລະ ພ້ອມກັນເປັນເຈົ້າການແກ້ໄຂວິກິດການເສດຖະກິດ ທີ່ປະເທດເຮົາພວມປະເຊີນຢູ່ ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ແລະ ເອົາໃຈໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ນັບມື້ນັບມີຊີວິດການເປັນຢູ່ດີຂຶ້ນ ຄືດັ່ງແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ປະໄວ້ກັບພວກເຮົາ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ