ວັນທີ 13 ທັນວາ 2024 ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ນຳພາຄະນະພັກ ຄະນະນຳ ຂັ້ນນະຄອນຫຼວງວຽງຈັນ

13/12/2024

 ວັນທີ 13 ທັນວາ 2024 ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ນຳພາຄະນະພັກ ຄະນະນຳ ຂັ້ນນະຄອນຫຼວງວຽງຈັນ

ຈາກ: ໜສພ ວຽງຈັນໃໝ່
ວັນທີ 13 ທັນວາ 2024 ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ນຳພາຄະນະພັກ ຄະນະນຳ ຂັ້ນນະຄອນຫຼວງວຽງຈັນ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ທີ່ສຳນັກງານປົກຄອງ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ.
ຕະຫຼອດໄລຍະເຄິ່ງສະຕະວັດ ປະທານ ໄກສອນ ພົມວິຫານ ໄດ້ອຸທິດສະຕິປັນຍາ ກໍາລັງວັງຊາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ນໍາພາການປະຕິວັດຂອງປະຊາຊົນລາວເຮົາກ້າວຂຶ້ນຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ເຮັດໃຫ້ປະ ເທດເຮົາ ຈາກບ່ອນເປັນເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ກາຍເປັນປະເທດເອກະລາດ ແລະ ມີຖານະອັນສົມກຽດໃນເວທີສາກົນ ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ເປັນວິລະບູລຸດທີ່ປີຊາສາມາດ
ສະຫຼາດສ່ອງໃສ ເວລາໃດກໍເປັນແວ່ນແຍງອັນໃສແຈ້ງ ເປັນແບບຢ່າງທີ່ດີເລີດຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຊື່ສຽງຮຽງນາມ ຄຸນງາມຄວາມດີ ວິລະກໍາອັນລໍ້າຄ່າຂອງປະທານ ໄກສອນ ພົມວິຫານ ໄດ້ກາຍເປັນສັນຍາລັກແຫ່ງການເຕົ້າໂຮມຄວາມສາ ມັກຄີເປັນເອກະພາບ ໃນທຸກຊັ້ນຄົນ ທຸກຊົນເຜົ່າ ທຸກສາສະໜາ ທຸກເພດໄວ ແລະ ບັນດາປະຊາຊາດທີ່ຮັກຫອມສັນຕິພາບ ທົ່ວໂລກ.
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ