ປ່າສະຫງວນແມ່ນໍ້າ puer taiyangແຫຼ່ງລວມສັດ ແລະ ພືດຊີວະນາໆພັນທີ່ອຸດົມສົມບູນ

11/12/2024

ປ່າສະຫງວນແມ່ນໍ້າ puer taiyangແຫຼ່ງລວມສັດ ແລະ ພືດຊີວະນາໆພັນທີ່ອຸດົມສົມບູນ

ຈາກ: ໜສພ ວຽງຈັນໃໝ່
ປ່າສະຫງວນແມ່ນໍ້າ puer taiyang ຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງນະຄອນພູເອີ( puer ) ເຂດ ຊີມາວ(simao) ແຂວງ ຢຸນນານ ສປ ຈີນ ເປັນສວນສາທາລະນະທີ່ປະສົມປະສານກັບທິວທັດທໍາມະຊາດ ຊີວະນາໆພັນ ແລະ ການປົກປັກຮັກສາລະບົບນິເວດ ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ເປັນສວນຂອງສັດ ແລະ ພືດເທົ່ານັ້ນ ແຕ່ຍັງເປັນສະຖານທີ່ສົມບູນທາງດ້ານຊີວະນາໆພັນ ເໝາະສົມກັບນັກທ່ອງທ່ັຽວທີ່ຕ້ອງການສຳຜັດກັບທຳມະຊາດ ແລະ ຕ້ອງການໃກ້ຊິດກັບທຳມະຊາດທີ່ສຸດ ເພາະຜູ້ຂຽນເອງກໍມີໂອກາດໄດ້ເດີນທາງໄປທ່ຽວຊົມສະຖານທີ່ແຫຼ່ງນີ້ໃນໂອກາດເດີນທາງມາເຂົ້າຮ່ວມກິດຈະກຳ ຢຸນນານການສື່ສານສາກົນຄັ້ງທີ 3 ໂດຍມະຫະວິທະຍາໄລພູເອີໄດ້ນຳພາຄະນະສື່ມວນຊົນຈາກ ສປຈີນ ລາວ ແລະ ຫວຽດນາມເດີນທາງມາທ່ຽວຊົມສະຖານທີ່ແຫ່ງນີ້.
ໃນການເດີນທາງມາສະຖານທີ່ທ່ອງທ່ຽວແຫ່ງນີ້ຄະນະຂອງພວກເຮົາແມ່ນໄດ້ເດີນທາງດ້ວຍລົດ ໃຊ້ເວລາປະມານ 1 ຊົ່ວໂມງກວ່າ ກໍເດີນທາງຮອດຈຸດໝາຍປາຍທາງແຫ່ງນີ້ ຫຼັງຈາກນັ້ນກໍມີຜູ້ນຳທ່ຽວອອກມາຕ້ອນຮັບ ແລະ ນຳພາຄະນະຂອງພວກເຮົານັ່ງລົດໄຟຟ້າເຂົ້າໄປທາງດ້ານໃນຂອງປ່າສະຫງວນ ເມື່ອຮອດຈຸດທ່ອງທ່ຽວນັກທ່ອງທ່ຽວກໍຕ້ອງໄດ້ລົງລົດແລ້ວຍ່າງເຂົ້າທ່ຽວຊົມທາງດ້ານໃນຂອງປ່າສະຫງວນເຊິ່ງຈະໃຊ້ເວລາປະມານ 2 ຊົ່ວໂມງຈຶ່ງສາມາດທ່ຽວຊົມອ້ອມສວນໄດ້ ເຊິ່ງໃນເວລາທີ່ຍ່າງທ່ຽວຊົມນັ້ນກໍໄດ້ສຳຜັດຄວາມອຸດົມສົມບູນຂອງທຳມະຊາດ ກໍຄື ຊີວະນາໆພັນ ແລະ ໄດ້ເຫັນສັດປ່າທີ່ຫາເບີ່ງໄດ້ຍາກຫຼາຍໆຊະນິດເຊັ່ນ ນົກ ທະນີ ລິງ ກວາງ ຟານ ໝີດຳ ແຮດ ແລະ ສັດທີ່ຫາຍາກອີກຫຼາຍຊະນິດ ຢ່າງໃກ້ຊິດ ແລະ ເພີດເພີນ ພ້ອມທັງສາມາດເກັບພາບງາມໆມາອວດສາຍຕາໝູ່ເພືອນໄດ້.
ອັດຕາການປົກຫຸ້ມຂອງປ່າໄມ້ໃນປ່າສະຫງວນແຫ່ງນີ້ແມ່ນ 97,15% ຢູ່ທີ່ນີ້ມີຕົ້ນໄມ້ທີ່ອຸດົມສົມບູນໄປດ້ວຍປ່າດົງດິບ ຕົ້ນໄມ້ເກົ່າແກ່ທີ່ສູງ ແຂງແຮງຫຼາຍຊະນິດ ແລະ ຈະໄດ້ເຫັນຕົ້ນໄມ້ ແລະ ເຄືອໄມ້ກ້ຽວຕິດພັນ ກາຍເປັນຮູບພາບທໍາມະຊາດທີ່ງົດງາມ ແລະ ມີສະເໜ ສວນແຫ່ງນີ້ກາຍເປັນສະຫວັນຂອງສັດປ່າ ມີສັດປ່າຫຼາຍກວ່າ 800 ສາຍພັນທີ່ອາໄສຢູ່ໃນປ່າສະຫງວນ ພ້ອມນັ້ນນັກທ່ອງທ່ຽວຈະໄດ້ມີໂອກາດສຳຜັດສະພາບຄວາມເປັນຢູ່ຂອງສັດຫາຍາກເຫຼົ່ານີ້ຢ່າງໃກ້ຊິດ ແລະ ສໍາຜັດປະສົບການຄວາມສຸກຂອງການຢູ່ຮ່ວມກັນຢ່າງກົມກືນກັບທໍາມະ
 
ຊາດ ມີເສັ້ນທາງຍ່າງປ່າທາງນິເວດຫຼາຍ ໃນສວນສາທາລະນະພາຍໃຕ້ການຊີ້ນໍາຂອງຜູ້ທີ່ມີປະສົບການທາງດ້ານປ່າໄມ້ ນັກທ່ອງທ່ຽວສາມາດຍ່າງເຂົ້າໄປໃນປ່າເລິກ ສໍາຫຼວດລະບົບນິເວດ ສໍາຜັດເຖິງຄວາມເລິກລັບ ແລະ ຄວາມງົດງາມຂອງທໍາມະຊາດ ໃນເວລາດຽວກັນ ໃນສວນສາທາລະນະກໍຈະມີກິດຈະກໍາທີ່ຫຼາກຫຼາຍເຊັ່ນວ່າ: ງານບຸນຊົນເຜົ່າ ວັດທະນະທໍາຊາ ແລະ ກາເຟ ການຍ້ອມແບບທຸບ(ເຊັ່ນເອົາໃບໄມ້ມາທຸບຍ້ອມເປັນສີ) ປະສົບການງານແກະສະຫຼັກໄມ້ທີ່ບໍ່ໄດ້ພິມອອກມາ ແລະ ອື່ນໆໃຫ້ທ່ານໄດ້ສໍາຜັດກັບວັດທະນະທໍາຂອງຊົນເຜົ່າທ້ອງຖິ່ນ.
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ