ນະຄອນຫຼວງວຽງຈັນ ຮ່ວມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງໄຊສົມບູນ
03/12/2024
![ນະຄອນຫຼວງວຽງຈັນ ຮ່ວມສະຫຼອງປີທ່ອງທ່ຽວລາວ 2024 ທີ່ແຂວງໄຊສົມບູນ](/gweb/backend/web/images/download/Content_2025010603011700.jpg)
ຈາກ: ໜສພ ວຽງຈັນໃໝ່
ທ່ານ ນາງ ລໍາພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ແລະ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຖວທ ນວ ພ້ອມພະນັກງານວິຊາການຂະແໜງການອ້ອມຂ້າງ ເຂົ້າຮ່ວມພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024.
![](/gweb/backend/web/files/93a2ab21-872e-4636-aa7f-0db5f9c17d89.jpg)
ການເຂົ້າຮ່ວມຄັ້ງນີ້ ຖືວ່າເປັນການປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການທ່ອງທ່ຽວຂອງແຂວງໄຊສົມບູນ ພ້ອມທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນໂດຍສະເພາະວຽກງານການທ່ອງທ່ຽວຂອງນະຄອນຫຼວງວຽງຈັນ ແລະ ແຂວງໄຊສົມບູນ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວໃນສອງແຂວງໄດ້ມີການພັດທະນານັບມື້ເຕີບໃຫຍ່ ປະກອບສ່ວນພັດທະນາການທ່ອງທ່ຽວລາວໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ.
![](/gweb/backend/web/files/0797a8d4-bf25-4d24-b43c-de81d0e4de85.jpg)
ເຊິ່ງພິທີດັ່ງກາວຈັດຂຶ້ນ ໃນວັນທີ 30 ພະຈິກ 2024 ທີ່ສະໂມສອນປົກຄອງເມືອງອະນຸວົງ ຈັດພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ເປັນປະທານຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ມີບັນດາການນຳ ມີການນໍາ 6 ແຂວງອ້ອມຂ້າງ ການນໍາແຂວງເມືອງ ອະດີດການນໍາແຂວງ ພະນັກງານບຳນານປະຕິວັດອາວຸໂສ ທະຫານ ຕຳຫຼວດ ນັກທຸລະກິດ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
![](/gweb/backend/web/files/df1c52c1-3f58-4a12-bbe5-a2aaef57d98e.jpg)
ໃນໂອກາດເຂົ້າຮ່ວມພິທີຄັ້ງນີ້ພະແນກ ຖວທ ນວ ຍັງໄດ້ມອບເງິນ 3 ລ້ານກີບໃຫ້ແຂວງໄຊສົມບູນເພື່ອຊຸກຍູ້ວຽກງານການທ່ອງທ່ຽວກ່າວມອບໂດຍທ່ານ ແກ້ວວິໄລສັກ ແສນສັກດາ ແລະ ກ່າວຮັບໂດຍທ່ານເຈົ້າແຂວງໄຊສົມບູນ ພ້ອມນີ້ຄະນະຍັງໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວທຳມະຊາດ ວັດທະນະທຳ ແລະ ປະຫວັດສາດຈຳນວນໜຶ່ງຢູ່ແຂວງໄຊສົມບູນຕື່ມອີກເປັນຕົ້ນສະຖານທີ່ທ່ອງທ່ຽວພູເບ້ຍ ພູຫົວໂລ້ນ ວັງນໍ້າຂຽວ ຖໍ້າເຈົ້າອະນຸວົງ ຫໍຫຼັກເມືອງ ທ່ຽວຊົມງານວາງສະແດງສິນຄ້າ ແລະ ອື່ນໆ.
![](/gweb/backend/web/files/f725704a-46d0-4677-9219-a66d99a44852.jpg)