ຄະນະຜູ້ແທນສະຫະພັນອົງການຈັດຕັ້ງທາງສັງຄົມ ສ ເກົາຫຼີ ມອບສະລ່າຍ ໃຫ້ພະແນກ ຖວທ ນວ

29/03/2024

ຄະນະຜູ້ແທນສະຫະພັນອົງການຈັດຕັ້ງທາງສັງຄົມ ສ ເກົາຫຼີ ມອບສະລ່າຍ ໃຫ້ພະແນກ ຖວທ ນວ

                                                                                                                                                                                                                                                                                                         ຂໍ້ມູນຈາກໜັງສືພິມວຽງຈັນໃໝ່

         ໃນໂອກາດທີ່ສະຫະພັນອົງການຈັດຕັ້ງທາງສັງຄົມ ແລະ 31 ອົງການຈັດຕັ້ງທີ່ເເຂວງ Jeollanam-do ປະເທດເກົາຫຼີໃຕ້ (ສ ເກົາຫຼີ) ທີ່ເດີນທາງມາຢ້ຽມຢາມ ແລະ ທ່ອງທ່ຽວຢູ່ ສປປ ລາວ ໃນວັນທີ 28 ມີນາ 2024 ຄະນະຜູ້ແທນດັ່ງກ່າວໄດ້ມອບສະລ່າຍໃຫ້ແກ່ພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ເປັນກຽດມອບໂດຍທ່ານ Joo Sang-yoon ປະທານສະຫະພັນອົງການຈັດຕັ້ງທາງສັງຄົມ ປະເທດເກົາຫຼີໃຕ້ ກ່າວຮັບໂດຍທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ທ່ານ Joo Sang-yoon ໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບການຕອນຮັບຂອງທາງພະແນກ ຖວທ ນວ ເຊິ່ງການມາຢ້ຽມຢາມພະແນກ ຖວທ ນວ ຂອງຄະນະຜູ້ແທນສະຫະພັນອົງການຈັດຕັ້ງທາງສັງຄົມ ຄັ້ງນີ້ເປັນຄັ້ງທຳອິດ ແລະ ຈະເປັນການປະກອບສ່ວນ

ໃນການພົວພັນຮ່ວມມືວຽກງານກທ່ອງທ່ຽວຮ່ວມກັນໃນຕໍ່ໜ້າ ສະລ່າຍທີ່ນຳມາມອບໃນຄັ້ງນີ້ເປັນສະລ່າຍທີ່ມີລົດຊາດແຊບ ມີຄຸນນະພາບທີ່ດີ ເປັນຜະລິດຕະພັນພິເສດ ແລະ ສົ່ງອອກສູ່ຫຼາຍປະເທດ ທີ່ສຳຄັນແມ່ນປູກແບບທຳມະຊາດຢູ່ທີ່ແຂວງ Jellanam-do ທີ່ຢູ່ທາງພາກໃຕ້ ຂອງປະເທດເກົາຫຼີໃຕ້ ເຊິ່ງແຂວງດັ່ງກ່າວເປັນອີກແຂວງໜຶ່ງທີ່ມີເກາະທີ່ສວຍງາມ ມີຊັບພະຍາກອນທີ່ອຸດົມສົມບູນ ແລະ ວັດທະນາທຳທີ່ປະສົມປະສານຫຼາຍແບບ ໂອກາດນີ້ ທ່ານ ຄຳຄູນ ໃບລາຕຣີ ກໍໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ແທນສະຫະພັນອົງການຈັດຕັ້ງ

ທາງສັງຄົມຂອງປະເທດເກົາຫຼີໃຕ້ທີ່ນຳເອົາເຄື່ອງຝາກຂອງຕ້ອນໃຫ້ແກ່ພະແນກ ຖວທ ນວ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັກແພງສາມັກຄີລະຫວ່າງພະແພກ ຖວທ ນວ ແລະ ສະຫະພັນອົງການຈັດຕັ້ງທາງສັງຄົມຂອງປະເທດເກົາຫຼີ ເຊິ່ງປີ 2024 ເປັນປີທີ່ ສປປ ລາວໄດ້ເປີດເປັນປີທ່ອງທ່ຽວລາວ ສະນັ້ນເຊີນຊວນບັນດານັກທ່ອງທ່ຽວຈາກປະເທດເກົາຫຼີໃຕ້ເຂົ້າມາທ່ອງທ່ຽວ ສປປ ລາວ ໂດຍສະເພາະແມ່ນ ນວ ໃຫ້ຫຼາຍເທົ່າຈະຫຼາຍໄດ້ ເຊິ່ງ ນວ ກໍມີຫຼາຍສະຖານທີ່ທ່ອງທ່ຽວທີ່ງົດງາມ ເປັນເອກະລັກໄວ້ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຈາກນັ້ນທ່ານກໍໄດ້ອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວທ່ອງທ່ຽວດ້ວຍຄວາມມ່ວນຊື່ນ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ. 

 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ