ໄລຍະ 4 ເດືອນຕົ້ນປີ 2026 ນະຄອນຫຼວງວຽງຈັນ ຕ້ອນຮັບນັກທ່ອງທ່ຽວ ທະລຸ 8 ແສນເທື່ອຄົນ
22/05/2026
ໃນວັນທີ 20 ພຶດສະພາ 2026 ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານວັດທະນະທຳ ແລະ ສັງຄົມ ໄດ້ລົງມາເຮັດວຽກຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ ນວ) ທີ່ພະແນກດັ່ງກ່າວ ມີທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຫ້ອງການ 9 ຕົວເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ສອນໄຊ ສີສົມພັນ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານວຽກສະເພາະໃນບາງຕອນວ່າ: ການຈັດຕັ້ງປະຕິບັດວຽກງານ 4 ເດືອນຕົ້ນປີ 2026 ເຊິ່ງມີຜົນງານທີ່ເຕີບໂຕຢ່າງແຂງແຮງ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ນະຄອນຫຼວງວຽງຈັນ ສູງເຖິງ 806.591 ຄົນ ເຊິ່ງສ່ວນໃຫຍ່ແມ່ນນັກທ່ອງທ່ຽວຕ່າງປະເທດທີ່ມີຈຳນວນເຖິງ 785.322 ຄົນ ມີ 3 ແຫຼ່ງທ່ອງທ່ຽວວັດທະນະທຳ-ບູຮານສະຖານ (ພຣະທາດຫຼວງ ວັດສີສະເກດ ແລະ ຫໍພະແກ້ວ) ສາມາດຕ້ອນຮັບແຂກເຂົ້າຊົມໄດ້ເຖິງ 88.040 ເທື່ອຄົນ ໃນນັ້ນ ຍັງໄດ້ມີໂອກາດຕ້ອນຮັບຄະນະຜູ້ແທນລະດັບສູງ ແລະ ຜູ້ນຳຈາກຕ່າງປະເທດ ຫຼາຍຄະນະ ເຊັ່ນ: ມົງໂກລີ ໄທ ແລະ ຍີ່ປຸ່ນ.
ວຽກງານວັດທະນະທຳ ແລະ ຫໍສະໝຸດ: ສາມາດສ້າງຄອບຄົວວັດທະນະທຳໃໝ່ໄດ້ 154 ຄອບຄົວ (ຢູ່ບ້ານສະພັງຄະນົງ ເມືອງໄຊທານີ) ແລະ ມີມວນຊົນ-ນັກຮຽນນັກສຶກສາ ເຂົ້າໃຊ້ບໍລິການຫ້ອງອ່ານຢູ່ຫໍສະໝຸດ ນວ ຫຼາຍເຖິງ 8.940 ເທື່ອຄົນ.
ສໍາລັບທິດທາງແຜນການຕໍ່ໜ້າ ພະແນກ ວທ.ນວ ໄດ້ກຳນົດແຜນການຢ່າງມີລະບົບ ເພື່ອແນໃສ່ຈຸດປະສົງຫຼັກຄື: ກະກຽມຕິດຕັ້ງລະບົບຂາຍປີ້ແບບທັນສະໄໝໂດຍນຳໃຊ້ ລະບົບຍິງບາໂຄດ (Barcode) ເຂົ້າໃນການບໍລິການຢູ່ແຫຼ່ງທ່ອງທ່ຽວ ພ້ອມທັງຕິດຕັ້ງກ້ອງວົງຈອນປິດ (CCTV) ເພື່ອເພີ່ມຄວາມປອດໄພ ຂຶ້ນແຜນຈັດຝຶກອົບຮົມພະນັກງານນຳທ່ຽວພື້ນທີ່ (ຊຸດທີ IV) ໃນເດືອນມິຖຸນາ ແລະ ຝຶກອົບຮົມຫົວຂໍ້ "ການບໍລິການອາຫານ ແລະ ເຄື່ອງດື່ມ" ໃຫ້ແກ່ຫົວໜ່ວຍທຸລະກິດໃນ 9 ຕົວເມືອງ ໃນເດືອນກໍລະກົດ ເລັ່ງເກັບກຳຂໍ້ມູນເພື່ອສະເໜີເອົາ
"ວັດໂພນໄຊ" ເຂົ້າຮ່ວມຮັບຮອງເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ພ້ອມທັງລົງແກ້ໄຂບັນຫາການບຸກລຸກຂອບເຂດກຳແພງເມືອງບູຮານຊັ້ນ 3 ຢູ່ເມືອງຫາດຊາຍຟອງ ພ້ອມນີ້ພະແນກ ວທ.ນວ ໄດ້ວາງຄາດໝາຍສູ້ຊົນລະດັບສູງ ທີ່ຜ່ານການຮັບຮອງຈາກສະພາ ເພື່ອຂັບເຄື່ອນເສດຖະກິດ-ສັງຄົມ ຄື: ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ 2.000.000 ເທື່ອຄົນ ສ້າງລາຍຮັບຈາກນັກທ່ອງທ່ຽວໃຫ້ບັນລຸ 600.000.000 ໂດລາສະຫະລັດ ຊຸກຍູ້ການສ້າງຄອບຄົວວັດທະນະທຳໃຫ້ໄດ້ 1.200 ຄອບຄົວ ແລະ ບ້ານວັດທະນະທຳຕົວແບບ 1 ບ້ານ ລົງປະເມີນມາດຕະຖານທ່ອງທ່ຽວອາຊຽນ ເພື່ອນຳສະເໜີຮັບລາງວັນໃຫ້ໄດ້ 7 ແຫ່ງ.
ໃນໂອກາດດັງກ່າວນີ້ ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ຮ່ວມປູກຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ອຸດສາຫະກໍາ ເພື່ອເພີ່ມຄວາມສີຂຽວ ແລະ ຄວາມຮົ່ມເຢັນໃຫ້ກັບສໍານັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ຕື່ມອີກ.


