ອົງການປົກຄອງ ນວ ພິຈາລະນາຫຼາຍວຽກງານສຳຄັນ
02/07/2025
ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 48 ເປີດກວ້າງ ຈັດຂຶ້ນວັນທີ 1 ກໍລະກົດ 2025 ຢູ່ສຳນັກງານອົງການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເຈົ້າຄອງ ຫົວໜ້າພະແນກການ ເຈົ້າເມືອງ ແລະ ອົງການທຽບເທົ່າ ນວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ພິຈາລະນາຄົ້ນຄວ້າ ແລະ ປະກອບຄຳເຫັນຫຼາຍບັນຫາສໍາຄັນກ່ຽວກັບວຽກງານຂອງອົງການປົກຄອງນວ ຜ່ານມາ ແລະ ໃນຕໍ່ໜ້າໃຫ້ມີຜົນສຳເລັດ ເປັນຕົ້ນ ຮັບຟັງການລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງຈຳນວນໜຶ່ງຂອງອົງການປົກຄອງນະຄອນຫຼວງ ແລະ ອົງການປົກຄອງເມືອງຢູ່ ນວ ຮັບຟັງບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງ ນວ ແລະ ການດັດແກ້ງົບປະມານແຫ່ງລັດ ປະຈຳປີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາປະຊາຊົນ ນວ ຮັບຟັງການລາຍງານກ່ຽວກັບແຜນການປ້ອງກັນ ແລະ ຄວບຄຸມໄພພິບັດ (ຕ້ານນໍ້າຖ້ວມ) ປະຈຳປີ 2025 ຢູ່ ນວ ລາຍງານກ່ຽວກັບແຜນການກະກຽມງານມະຫະກຳກີລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນຈະເປັນເຈົ້າພາບ ຮັບຟັງການລາຍງານກ່ຽວກັບການກະກຽມແຜນຜັງການຈັດງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ການລາຍງານກ່ຽວກັບການສະເໜີຂໍເພີ່ມອາຍຸສຳປະທານທີ່ດິນບໍລິເວນຄູກັນນໍ້າຖ້ວມແຄມຂອງຕື່ມອີກ 20 ປີ (ຈາກອາຍຸເດີມ 30 ປີ ເພີ່ມອີກ 20 ປີເປັນ 50 ປີ) ຂອງລັດວິສາຫະກິດສ່ວນບຸກຄົນຟູຈິວາລະ ແລະ ຮັບຟັງການລາຍງານກ່ຽວກັບບົດສະຫຼຸບສະພາບພົ້ນເດັ່ນປະຈຳ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມປະຈຳ 6 ເດືອນທ້າຍປີ 2025 ຂອງອົງການປົກຄອງ ນວ ຈຳນວນໜຶ່ງ.
ໂອກາດນີ້ໃນຕອນທ້າຍປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກທ່ານເຈົ້າຄອງ ນວ ເພື່ອໃຫ້ຊີ້ນຳ ແລະ ເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານແຕ່ລະຂົງເຂດ ກໍຄືການດໍາເນີນວຽກງານຕ່າງໆໃນຕໍ່ ໜ້າໃຫ້ມີຜົນສຳເລັດຍິ່ງຂຶ້ນຕື່ມອີກ.

