ສຳມະນາກອນ 90 ກວ່າຄົນໄດ້ຮັບການຍົກລະດັບການນຳທ່ຽວລະດັບຊາດ

06/05/2025

ສຳມະນາກອນ 90 ກວ່າຄົນໄດ້ຮັບການຍົກລະດັບການນຳທ່ຽວລະດັບຊາດ

ພິທີເປີດຊຸດເຝິກອົບຮົມດັ່ງກ່າວມີຂຶ້ນໃນວັນທີ 5 ພຶດສະພາ 2025 ທີ່ສະຖາບັນສືມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງ ຖວທ ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ອຳຄາ ວົງໝື່ນກ້າ ຫົວໜ້າສະຖາບັນສືມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສຳມະນາກອນເຂົ້າຮ່ວມ.
ການຈັດຕັ້ງເຝິກອົບຮົມພະນັກງານທ່ຽວຈຶ່ງມີຄວາມຈຳເປັນເພື່ອຮັບປະກັນທາງປະລິມານ ແລະ ຄຸນນະພາບດ້ານການບໍລິການແກ່ນັກທ່ອງທ່ຽວທີ່ມາຢ້ຽມຢາມປະເທດລາວໃຫ້ໄດ້ຮັບປະສົບການທີ່ດີ ມີຄວາມປະທັບໃຈມາແລ້ວຢາກມາອີກ.
ທ່ານ ວັນສີ ກົວມົວ ກ່າວໃນພິທີເປີດຊຸດເຝິກອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32 ໃຫ້ຮູ້ວ່າ: ການທ່ອງທ່ຽວແມ່ນອຸດສາຫະກໍາທີ່ປອດຄວັນເຊິ່ງມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ຕໍ່ເນື່ອງ ແລະ ໄດ້ກາຍເປັນຂະແໜງການຕົ້ນຕໍທີ່ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຫຼາຍໆປະເທດໃນໂລກ ລວມທັງ ສປປ ລາວ ໄດ້ຖືເອົາວຽກງານການທ່ອງທ່ຽວເປັນບູລິມະສິດໃນການພັດທະ ນາ ລັດຖະບານແຫ່ງ ສປປ ລາວ ກໍໄດ້ຖືເອົາວຽກງານທ່ອງທ່ຽວເປັນເສດຖະກິດປາຍ ແຫຼມຂະແໜງການໜຶ່ງທີ່ກະຕຸ້ນບັນດາຂະແໜງການອື່ນທີ່ເປັນຕ່ອງໂສ້ການບໍລິ ການໃຫ້ມີການພັດທະນາໄປພ້ອມໆກັນ ຂະຫຍາຍການລົງທຶນເຂົ້າໃສ່ບັນດາກິດຈະການຕ່າງໆ ຊຸດເຝິກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມ 94 ທ່ານ ຍິງ 53 ທ່ານທີ່ຜ່ານການຄັດເລືອກຈາກຫົວໜ່ວຍທຸລະກິດທ່ອງທ່ຽວຕ່າງໆໃນຂອບເຂດທົ່ວປະເທດ ການເຝິກອົບຮົມຄັ້ງນີ້ຈະໃຊ້ເວລາ 55 ວັນ ປະກອບມີ 22 ວິຊາຮຽນ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ