ພະແນກ ຖວທ ນວ ຍ້ອງຍໍກົມກອງ ບຸກຄົນດີເດັ່ນ ພ້ອມບາສີສູ່ຂວັນ ພສ 2568
28/04/2025
ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດພິທີ ຍ້ອງຍໍກົມກອງ ບຸກຄົນດີເດັ່ນ ທີ່ມີຜົນງານເຄື່ອນໄຫວວຽກງານ ປີ 2024 ແລະ ບາສິສູ່ຂວັນ ພສ 2568 ຂຶ້ນ ພະແນກດັ່ງກ່າວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍ ຄະນະພະແນກ ແຂກຖືກເຊີນ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ຂຶ້ນຜ່ານຜົນງານການເຄື່ອນໄຫວ ແລະ ທິດທາງ ແຜນການສະເພາະໜ້າ ເຊິ່ງທ່ານໄດ້ຍົກໃຫ້ບາງຜົນງານທີ່ພົ້ນເດັ່ນ ໃນສາມຂົງເຂດວຽກງານ ເປັນຕົ້ນວຽກ ງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສາມາດມອບໃບຢັ້ງຢຶນຄອບຄົວວັດທະນະທຳ ໄດ້ 1,367 ຄອບຄົວ ປະຕິບັດໄດ້ 105,15% ທຽບໃສ່ແຜນການປີ (ແຜນການປີໃຫ້ໄດ້ 1.300 ຄອບຄົວ) ປະຕິບັດລື່ນຄາດໝາຍ ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນວັດຖຸບູຮານ ຢູ່ ນວ ເພື່ອຮັບຮອງໃຫ້ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ໄດ້ 1 ແຫ່ງ ຄື: ວັດພະທາດຖິ່ນຊ້ອຍ ຕິດຕັ້ງໂທລະໂຄງ ໄດ້ 39 ບ້ານ ພ້ອມທັງອອກຂ່າວ ອອກບົດ ໂຄສະນາປະສາສຳພັນ ທາງໜ້າໜັງສືພິມ ອອນລາຍ ຂອງວຽງຈັນໃໝ່ ແລະ ວິທະຍຸ ໂທລະພາບ ເປັນຈຳນວນຫຼາຍ.
ຈາກຜົນງານທີ່ຍາດມາໄດ້ ປະກົດມີກົມກອງ ບຸກຄົນດີເດັ່ນ ທີ່ມີຜົນງານດີເດັ່ນ ປະກອບສ່ວນທືນ ຮອນເຂົ້າໃນການອຸປະຖຳ ພິທີແຫ່ພະພຸດທະຮູບຄູ່ບ້ານຄູ່ເມືອງ ໃນໄລຍະສະຫຼອງບຸນປີໃໝ່ ລາວ ພສ 2567 ແລະ ງານສະເຫຼີມສະຫຼອງຂົວມິດຕະພາບລາວ-ໄທ1 ຄົບຮອບ 30 ປີ ຮັບໃບຍ້ອງຍໍ ຈຳນວນ 8 ໃບ ແລະ ໃບຊົມເຊີຍ 6 ໃບ ໄດ້ຮັບຍ້ອງຍໍຈາກຫົວໜ້າພະແນກ ຖວທ ນວ ຈຳນວນ 18 ພາກສ່ວນ ທີ່ໃຫ້ ການອຸປະຖຳ ພິທີແຫ່ພະພຸດທະຮູບຄູ່ບ້ານຄູ່ເມືອງ ໃນໄລຍະສະຫຼອງບຸນປີໃໝ່ ລາວ ພສ 2567 ແລະ ງານສະເຫຼີມສະຫຼອງຂົວມິດຕະພາບລາວ-ໄທ1 ຄົບຮອບ 30 ປີ ໄດ້ຮັບຍ້ອງຍໍຈາກຫົວໜ້າພະແນກ ຖວທ ນວ ໃຫ້ການອຸປະຖຳ ເຂົ້າໃນກິດຈະກຳຕ່າງໆ ຂອງວຽງກງານ ຖວທ ນວ ຈຳນວນ 5 ພາກສ່ວນ.ພ້ອມນີ້ ມອບໃບຍ້ອງຍໍໃຫ້ແກ່ພະນັກງານ-ລັດຖະກອນ ທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານ ຖວທ ນວ ຈຳນວນ 112 ໃບ ແລະ ໃບຊົມເຊີຍ 1 ໃບ.

ໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ ພະແນກ ຖວທ ນວ ກໍຄືຄະນະນຳ ພະນັກງານ-ລັດຖະຍາດມາໄດ້ ຮຽກຮ້ອງໃຫ້ສືບຕໍ່ມູນເຊື້ອຜົນງານດັ່ງກ່າວ ພ້ອມເນັ້ນໃຫ້ ເອົາໃຈໃສ່ໃນ 3 ຂົງວຽກງານ ຄື: ວຍກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສຸມໃສ່ການອອກ ແຮງຂຸດຄົ້ນທ່າແຮງທີ່ມີ ໃນຫຼາຍຮູບຫຼາຍແບບ ເພື່ອໃຫ້ສາມາດເພີ່ງຕົນເອງ ກຸ້ມຕົນເອງໄດ້ ເພື່ອເຮັດແນວ ໃດ ໃຫ້ພະແນກ ຖວທ ນວ ມີບາດກ້າວອັນໃໝ່ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.ໃນໂອກາດດຽວກັນ ພະແນກ ຖວທ ນວ ໄດ້ຈັດພິທີບາສີສູ່ຂວັນ ເນື່ອງໃນໂອກາດປີໃໝ່ລາວ ອວຍ ໄຊໃຫ້ພອນ ແກ່ການນຳ ຜູ້ຊົງຄຸນວຸດທິ ພະນັກງານບຳນານ ແຂກຮ່ວມງານໃນໂອກາດປີໃໝ່ລາວ ພສ 2568.




