ກອງປະຊຸມໃຫຍ່ສະມາຊິກພັກຄະນະພັກຮາກຖານພະແນກ ຖວທ ນວ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ
04/04/2025
ກອງປະຊຸມໃຫຍ່ຄັ້ງທີ IV ສະມາຊິກພັກ ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2025 ທີ່ໂຮງແຮມຄຣວາພາຊາ ໄດ້ອັດລົງດ້ວຍຜົນສໍາ້ລັດຢ່າງຈົບງາມ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງບົດລາຍງານການເມືອງ ບົດສະຫຼຸບແຜນພັດທະນາ 5 ປີ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ພ້ອມບົດປະກອບຄຳເຫັນຈາກສະຫາຍເລຂາໜ່ວຍພັກ ວຽງຈັນໃໝ່-ຖະແຫຼງຂ່າວ ຂະແໜງວັດທະນະທໍາ ຂະແໜງທ່ອງທ່ຽວ ແລະ ສະມາຄົມໂຮງແຮມ-ຮ້ານອາຫານ.

ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ໂດຍເລືອກໄດ້ ສະຫາຍ ນາງ ວຽງພອນ ແກ້ວຄູນສີ ເປັນເລຂາຄະນະພັກຮາກຖານ ສະຫາຍ ພອນຈັນ ແພງພູວັນ ເປັນຮອງເລຂາ ສະຫາຍ ວຽງຄໍາ ສີສຸວົງ ສະຫາຍ ນາງ ແກ້ວຊ້ອນ ຈັນທະນາມ ສະຫາຍ ແກ້ວວິໄລສັກ ແສນສັກດາ ສະຫາຍ ເສກສັນຕິ ສຸມຸນທາ ສະຫາຍ ເທວາ ສີສຸລາດ ເປັນຄະນະ ພ້ອມນັ້ນກໍປະຊຸມຍັງໄດ້ເລືອກເອົາປະທານ ແລະ ຮອງກວດກາ ໂດຍແມ່ນ ສະຫາຍ ພອນຈັນ ແພງພູວັນ ເປັນປະທານ ແລະ ສະຫາຍ ເສກສັນຕິ ສຸມຸນທາ ເປັນຮອງປະທານ.
ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ 7 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຊົງເລົ່າ ຢົງນູ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນກໍໄດ້ຊີ້ນຳໃຫ້ຄະນະພັກຊຸດໃໝ່ຄົ້ນຄ້ວາປືກສາຫາ ແບ່ງໜ້າທີ່ມອບໝາຍຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຢ່າງລະອຽດຈະແຈ້ງເພື່ອຮັບປະກັນໃຫ້ຂອດການນຳພາ-ຊີ້ນໍາ ການຜັນຂະຫຍາຍທິດທາງແຜນ ການຂອງກອງປະຊຸມໃຫຍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ການແບ່ງຄວາມຮັບຜິດຊອບຕ້ອງບົນພື້ນຖານທິດຊີ້ນໍາຂອງພັກ ຮັບປະກັນຫຼັກການລວມສູນປະຊາທິປະໄຕ ແທດເໝາະກັບຄວາມຮູ້ຄວາມສາມາດ ແລະ ຂົງເຂດການຊີ້ນໍາໆພາຂອງບັນດາສະຫາຍໃນຄະນະພັກຮາກຖານ ເພີ່ມທະວີການເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິບັດ ທາດແທ້ຊົ້ນຊັ້ນ ນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດຂອງປະເທດຊາດ ຕ້ອງໄດ້ຍົກສູງວຽກງານການເມືອງແນວຄິດໃຫ້ໜັກແໜ້ນ ຕົນເອງໜັກແໜ້ນແລ້ວຕ້ອງສຶກສາອົບຮົມໃຫ້ສະມາຊິກພັກ ພະນັກງານ ທີ່ຢູ່ໃຕ້ການຊີ້ນໍາມີຄວາມໜັກແໜ້ນຄືກັນ ຕອບໂຕ້ທຸກຖ້ອຍທຳນອງໂຄສະນາບິດເບືອນໃສ່ຮ້າຍປ້າຍສີທີ່ບໍ່ມີຄວາມຈິງ ຍົກສູງຄວາມສາມາດໃນການຊີ້ນໍາ-ນຳພາວຽກງານວິຊາສະ ເພາະເພື່ອຮັບປະກັນໃຫ້ແຜນການທີ່ວາງອອກໄດ້ຮັບການຈັດຕັ້ງຜັນ ຂະຫຍາຍໃຫ້ເກີດດອກອອກຜົນ ຄະນະພັກຮາກຖານຕ້ອງມີວິໄສທັດ ກ້ວາງໄກ ມີຄວາມສະດຸ້ງໄວ ມີຄວາມກ້າຫານ ມີຄວາມອົດທົນພະຍາຍາມ ມີຫົວຄິດປະດິດສ້າງ ຮູ້ສ້າງແຜນວຽກ ຮູ້ນໍາໃຊ້ຄົນ ແລະ ຮູ້ຂຸດຄົ້ນທ່າແຮງເພື່ອເຮັດໃຫ້ການຊີ້ນໍາ-ນຳພາວຽກງານວິຊາສະເພາະໃນຂະແໜງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຜົນສໍາເລັດ ສືບຕໍ່ພັດທະນາວຽກງານຖະແຫຼງຂ່າວ ໃນເງື່ອນໄຂເຕັກໂນໂລຊີກ້າວໜ້າທັນສະໄໝ ສັງຄົມມີຄວາມນິຍົມຊົມໃຊ້ສື່ບໍ່ໃຫ້ຍຸກໂລກາພິວັດມີອັນກະທົບແຮງຕໍ່ກັບມູນເຊື້ອປະເພນີວັດທະນະທໍາອັນດີງາມຂອງຊາດ ນໍາພາແກ້ ໄຂປະກົດການຫຍໍ້ທໍ້ໃນຂົງເຂດຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຫຼຸດນ້ອຍຖອຍລົງເປັນແຕ່ລະກ້າວຈົນກ້າວໄປເຖິງແກ້ໄດ້ຢ່າງຂາດຕົວເຊັ່ນ ດ້ານສຽງເນືອງນັນຈາກຮ້ານອາຫານ ບັນເທິງ ແລະ ຮ້ານກິນດື່ມ ພ້ອມທັງໂມງເປີດ-ປິດ ຂອງຮ້ານກິນດື່ມ ບັນດາການເຄື່ອນໄຫວ ຂອງເຮືອນພັກ ໂຮງແຮມ ແລະ ອາພັດເມັ້ນ ເພື່ອຫັນເຂົ້າສູ່ລະບຽບການຢ່າງເຂັ້ມງວດ ເຕົ້າໂຮມຄວາມສາມັກຄີໃຫ້ໄດ້ໃນຄະນະພັກຮາກຖານ ບັນດາສະຫາຍສະມາຊິກພັກ ແລະ ພະນັກງານລັດຖະກອນເພື່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະທີ່ຖືກມອບໝາຍໃຫ້ມີຜົນສຳເລັດສູງໃນຕໍ່ໜ້າ.
...............................................................
ທີ່ມາ: ວຽງຈັນໃໝ່

