ກຳມະບານ ນະຄອນຫຼວງວຽງຈັນ ທາບທາມບຸກຄະລາກອນ ພ້ອມຜ່ານຮ່າງລາຍງານການເມືອງ
02/04/2025
ກຳມະບານ ນະຄອນຫຼວງວຽງຈັນ ທາບທາມບຸກຄະລາກອນ ພ້ອມຜ່ານຮ່າງລາຍງານການເມືອງ
.............................................................
ກອງປະຊຸມຜ່ານຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຮອບທີ 1 ສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຄັ້ງທີ IX ຈັດຂຶ້ນວັນທີ 1 ເມສາ 2025 ທີ່ຫ້ອງປະຊຸມສະໂມສອນປົກຄອງເມືອງສີສັດຕະນາກ ເປັນປະທານຂອງ ທ່ານ ວິລະສັກ ນາມມຸນຕີ ປະທານອົງການກວດກາພັກ ປະທານອົງການກວດກາລັດ ນວ ມີ ທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນວ ບັນດາຮອງປະທານສະຫະພັນກຳມະບານ ນວ ຄະນະອະນຸກຳມະການບຸກຄະລາກອນ ຄະນະບໍລິຫານງານສະຫະພັນກຳມະບານ ນວ ເມືອງ ພະແນກການ ອົງການທຽບເທົ່າ ໂຮງຮຽນ ແລະ ບໍລິສັດ ລັດວິສາຫະກິດພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ທ່ານ ວິລະສັກ ນາມມຸນຕີ ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາໝາຍສຳຄັນຕໍ່ສະຫະພັນກຳມະບານ ນວ ດັ່ງນັ້ນຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳໃສ່ບົດລາຍງານການເມືອງທັງສອງພາກເພື່ອເຮັດໃຫ້ບົດງານລາຍການເມືອງມີເນື້ອໃນອຸດົມສົມບູນ ແລະ ແທດເໝາະກັບສະພາບໃນປັດຈຸບັນ ແລະ ໃນຕໍ່ໜ້າໂດຍສະເພາະພ້ອມກັນຕີລາຄາດ້ານດີ ຈຸດອ່ອນ ຂໍ້ຄົງຄ້າງ ແລະ ສາເຫດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝປັດຈຸບັນ ເພື່ອເປັນແນວທາງມາປັບປຸງແກ້ໄຂຢູ່ໃນກອງປະຊຸມຄັ້ງຕໍ່ໄປທີ່ຈະຈັດຂຶ້ນໃນບໍ່ດົນຂ້າງໜ້ານີ້ ນອກນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕເລືອກເອົາບຸກຄະລະກອນຜຸ້ທີ່ຈະລົງສະໝັກເລືອກຕັ້ງຢູ່ໃນຄະນະບໍລິຫານງານສະໄໝທີ ຄັ້ງທີ IX ໃຫ້ໄດ້ຕາມມາດຖານເງື່ອນໄຂ ແລະ ແທດເໝາະທີ່ຈະປະກອບເຂົ້າເປັນຄະນະບໍລິຫານງານສະຫະພັນກຳມະບານ ນວ ຊຸດໃໝ່ ເຊິ່ງເປົ້າໝາຍກໍຄືເລືອກເອົາຄົນດີຄົນເກັ່ງມີຄວາມຮູ້ຄວາມສາມາດທີ່ຈະເປັນຜູ້ນໍາໃນການຊີ້ນໍາ-ນໍາວຽກງານກຳມະບານ ນວ ໃນຕໍ່ໜ້າໃຫ້ວຽກງານກຳມະບານມີຜົນສຳເລັດເປັນກ້າວໆ.
ໃນກອງປະຊຸມໄດ້ແນະນໍາທາບທາມບຸກຄະລາກອນ ແລະ ດຳເນີນການທາບທາມ ຮອບ 1 ເຊິ່ງມີຄະນະບໍລິຫານງານຊຸດປັດຈຸບັນ (ສະໄໝທີ XIII) 12 ທ່ານ ແລະ ເປົ້າໝາຍໃໝ່ 5 ທ່ານ ຜ່ານຮ່າງລາຍງານການເມືອງ ແຜນພັດທະນາວຽກງານກຳມະບານ ແລະ ບົດສຳຫຼວດການນໍາພາລວມຂອງຄະນະບໍລິຫານງານກຳມະບານສະໄໝທີ XIII ຕື່ມອີກ.


