ຊາວ ນວ ອອກແຮງງານຕາມເສັ້ນທາງຕ່າງໆ ສ້າງຂະບວນການຕ້ອນຮັບວັນສ້າງວຕັ້ງພັກ
18/03/2025
ວັນທີ 16 ມີນາ 2025 ຫຼາຍພາກສ່ວນທົ່ວນະຄອນຫຼວງວຽງຈັນ (ນວ) ມີຂັ້ນກະຊວງ ອົງການ ທະນາຄານ ປກຊ-ປກສ ຂັ້ນ ນວ ມີພະແນກການ ເມືອງ ກຸ່ມບ້ານ ແລະ ບ້ານ ໄດ້ຈັດກິດຈະກຳອອກແຮງງານລວມ ປັດກວາດ ແລະ ເກັບມ້ຽນຂີ້ເຫຍື້ອຢູ່ແຄມທາງຕາມເສັ້ນທາງຕ່າງໆ ສຳນັກງານ ອົງການ ສວນສາທາ ລະນະພາຍໃນ ນວ ໂດຍສະເພາະເສັ້ນທາງສາຍຫຼັກ ເພື່ອເປັນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກຕິດພັນກັບຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025).

ການສ້າງຂະບວນການອອກແຮງງານຄັ້ງນີ້ ເປັນການເຕົ້າໂຮມຮັດແໜ້ນຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນ ທັງເປັນການປະກອບສ່ວນເຮັດໃຫ້ຕົວເມືອງໃນ ນວ ມີຄວາມສະອາດງາມຕາ ແລະ ມີສະເໜ່ ໂດຍປະຕິບັດຕາມຄຳຂວັນ 6 ສ ຂອງ ນວ ວາງອອກ ໂດຍສະເພາະ ສ ສະອາດໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.

ສະເພາະເມືອງສີໂຄດຕະບອງໄດ້ຈັດພິທີເປີດຂະບວນການອອກແຮງງານຢູ່ສຳນັກງານປົກຄອງເມືອງສີໂຄດຕະບອງມີ ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ບັນດາຮອງຫົວໜ້າພະແນກການ ອົງການຈັດຕັ້ງມະຫາຊົນ ຫົວໜ້າຫ້ອງການ ພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນທົ່ວເມືອງເຂົ້າຮ່ວມ.
ສຳລັບເສັ້ນທາງທີ່ເມືອງສີໂຄດຕະບອງອະນາໄມມີ 4 ຈຸດ ໂດຍມອບໃຫ້ແຕ່ລະພາກສ່ວນຕ່າງໆທີ່ມີສຳນັກ ງານຂອງຕົນຕັ້ງຢູ່ເສັ້ນທາງນັ້ນຄື: ຖະໜົນສຸພານຸວົງ (ແຕ່ສວນເຈົ້າຟ້າງຸ່ມບ້ານສີຖານເໜືອຫາໄຟອຳນາດເດີ່ນບິນ ຖະໜົນອາຊຽນ (ແຕ່ໄຟອຳນາດອາກາດຫາສວນສີໂຄດຕະບອງ ແລະ ໄຟອຳນາດໜອງດ້ວງເໜືອ) ຖະໜົນໜອງບົວທອງ-ໜອງບຶກ (ແຕ່ໄຟອຳນາດໜອງບົວທອງຫາໄຟອຳນາດໜອງບຶກ) ແລະ ຖະໜົນຫຼວງພະບາງ (ແຕ່ໄຟອຳນາດເດີ່ນບິນຫາສາມແຍກໄຟອຳນາດສີໄຄ).
ສ່ວນພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນວ ໄດ້ອະນາໄມຢູ່ຖະໜົນ ໜອງບົວທອງ-ໜອງບຶກຈຸດຕໍ່ໜ້າສຳນັກງານຂອງຕົນມີໄລຍະທາງຍາວປະມານ 100 ແມັດ ນໍາໂດຍທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນວ.
ນອກຈາກນີ້ເມືອງອື່ນໆກໍໄດ້ພ້ອມກັນສ້າງຂະບວນການເຮັດອະນາໄມຕາມເສັ້ນທາງສາຍຫຼັກພາຍໃນເມືອງຂອງຕົນເຊັ່ນດຽວກັນເປັນຕົ້ນເມືອງສີສັດຕະນາກ ເມືອງໄຊເສດຖາ ເມືອງຈັນທະບູລີ ເມືອງໄຊທານີ ແລະ ເມືອງຫາດຊາຍຟອງ.


