ຈັດ​ຂະ​ບວນ​ຍ່າງ ເພື່ອ​ຂ່ຳ​ນັບ​ຊົມ​ເຊີ​ຍ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ​ຄົບ​ຮອບ 70 ປີ

17/03/2025

ຈັດ​ຂະ​ບວນ​ຍ່າງ ເພື່ອ​ຂ່ຳ​ນັບ​ຊົມ​ເຊີ​ຍ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ​ຄົບ​ຮອບ 70 ປີ

ອະ​ນຸ​ກຳ​ມະ​ການແຂ່ງ​ຂັນ ແລະ ຍ້ອງ​ຍໍ ຮ່ວມ​ກັບ ນະ​ຄອນຫຼວງວຽງ​ຈັນ ຈັດ​ຂະ​ບວນ​ຍ່າງ ເພື່ອ​ຂ່ຳ​ນັບ​ຊົມ​ເຊີ​ຍ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ​ຄົບ​ຮອບ 70 ປີ ຂຶ້ນ​ໃນ​ວັນ​ທີ 15 ມີ​ນາ 2025 ທີ່​ສວນ​ປະ​ຕູ​ໄຊ ໂດຍມ​ີ ສະ​ຫາຍ ທອງລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ທານ​ປະ​ເທດ ​ການ​ນຳ​ພັກ-ລັດ ແລະ​ມວນ​ຊົນ​ເຂົ້າ​ຮ່ວມ.
ໃນ​ພິ​ທີ ສະ​ຫາຍ ອະ​ນຸ​ພາບ ຕຸ​ນາ​ລົມ​ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ເລ​ຂາ​ອົງ​ຄະ​ນະ​ພັກ​ນະ​ຄອນຫຼວງວຽງ​ຈັນ ໄດ້​ຂຶ້ນ​ກ່າວ​ເປີດ​ງານ​ ໂດຍ​ທ່ານ​ໄດ້​ຫວນ​ຄືນ​ໂດຍ​ສັງ​ເຂບ​ຂອງ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ພ້ອມ​ຍັງ​ກ່າວ​ວ່າ ຂະ​ບ​ວນ​ຍ່າງ​ຄັ້ງ​ນີ້ ແມ່ນ 1 ໃນ​ບັນ​ດາ​ກິດ​ຈະ​ກ​ຳ​ໃນ​ການ​ສິ​ເຫຼີມ​ສະຫຼອງ 3 ວັນ​ປະ​ຫວັດ​ສາດ ທີ່​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ຊາດ ໄດ້​ກຳ​ນົດໃຫ້​ຈັດ​ຂຶ້ນ ເພື່ອ​ເປັນ​ໂອ​ກາດ​ໃຫ້​ພະ​ນັກ​ງານ ລັດ​ຖະ​ກອນ ມວນ​ຊົນ ຊັ້ນ​ຄົນ​ຕ່າງໆ ກໍ​ຄື ປວງ​ຊົນຊາວ​ນະ​ຄອນຫຼວງ​ວຽງ​ຈັນ ​ໄດ້​ມາ​ຮ່ວມ​ຂະ​ບວນ​ເພື່ອ​ຄວາມ​ສາ​ມັກ​ຄີ​ເປັ​ນ​ປຶກ​ແຜນ.
ສຳ​ລັບ​ກິດ​ຈະ​ກຳ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ເລີ່ມ​ຈາກ​ສວນ​ປ​ະ​ຕູ​ໄຊ ໄປ​ກັບ​ໂຕ​ທີ່​ໜ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ (ຫໍ​ຄໍາ) ກັບ​ມາ​ຫາ​ປ​ະ​ຕູ​ໄຊ ໂດຍ​ມີ​ມວນ​ຊົນ​ເຂົ້າ​ຮ່ວມຫຼາຍ​ພັນ​ຄົນ.
 
 

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ