ຖວທ ນວ ສ້າງຂະບວນການອະນາໄມຕ້ອນຮັບ 3 ວັນປະຫວັດສາດ

14/03/2025

ຖວທ ນວ ສ້າງຂະບວນການອະນາໄມຕ້ອນຮັບ 3 ວັນປະຫວັດສາດ

ວັນທີ 14 ມີນາ 2025 ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ (ຖວທ ນວ) ໄດ້ສ້າງຂະບວນການອະນາໄມລວມເຂດເດີ່ນພະທາດຫຼວງວຽງຈັນ ແລະ ເດີ່ນສະ ໜາມຫຼວງເພື່ອຄໍານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກຂອງຊາດຂຶ້ນເຊິ່ງນໍາພາຂະບວນການໂດຍທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ມີຄະນະພະແນກ ຫົວໜ້າຂະແໜງ-ຮອງຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ການສ້າງຂະບວນການນີ້ແມ່ນເພື່ອເປັນການຄໍານັບຮັບຕ້ອນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໂດຍສະເພາະ ການຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີທີ່ຈະມາຮອດນີ້ ແລະ ຕ້ອນຮັບວັນສໍາຄັນອື່ນໆໃນປີ 2025 ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລວມທັງຊາດ ຄົບຮອບ 105 ປີ ພ້ອມນີ້ຍັງເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 115 ປີທີ່ຫາກໍຜ່ານ ພົ້ນໄປ ຕິດພັນກັບການປະຕິບັດນະໂຍບາຍ 6 ສໍ ຂອງ ນະຄອນຫຼວງວຽງຈັນວາງອອກ ເປັນການອອກແຮງແຂ່ງຂັນສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄະນະພັກຮາກພະແນກ ຖວທ ນວ ຄັ້ງທີ IV ທີ່ຈະຈັດຂື້ນໃນຕໍ່ໜ້ານີ້ໃຫ້ເປັນຂະບວນຟົດຟຶ້ນ ເຊິ່ງຂະບວນການອອກແຮງງານຄັ້ງຄະນະນໍາພະແນກ ຖວທ ນວ ໄດ້ນໍາພາພະນັກງານ-ລັດຖະກອນ ປັດກວາດໃບໄມ້ ເກັບເສດຂີ້ເຫຍື້ອທີ່ຕົກເຮ່ຍຕາມຂອບເຂດເດີ່ນສະໜາມຫຼວງ ແລະ ເຂດພະທາດຫຼວງວຽງຈັນ ເພື່ອແນໃສ່ໃຫ້ສະຖານທີ່ສໍາຄັນດັ່ງກ່າວນີ້ ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍຫຼາຍຂຶ້ນ.

 

ວຽງຈັນໃໝ່
Facebook ພະແນກ ຖວທ ນະຄອນຫຼວງວຽງຈັນ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ຂອງພະແນກ ວທ
ສະຖິຕິນັກທ່ອງທ່ຽວ