ຖວທ ນວ ສ້າງຂະບວນການແຂ່ງຂັນກີລາ ຕ້ອນຮັບວັນສໍາຄັນຂອງພັກ ຂອງຊາດ
13/03/2025
ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຮ່ວມກັບບັນດາ ຖວທ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ສ້າງຂະບວນການແຂ່ງຂັນກີລາຕີບູນ ສະເຫຼີມສະຫຼອງວັນສໍາຄັນຂອງພັກຂອງຊາດ ຂື້ນໃນຕອນແລງວັນທີ 12 ມີນາ 2025 ຢູ່ພະແນກດັ່ງກ່າວ ໂດຍມີ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖວທ ນວ ຄະນະພະແນກ ຫົວໜ້າ-ຮອງຫົວໜ້າຫ້ອງການ ຖວທ 9 ຕົວເມືອງ ກອງວິຊາການ ແລະ ພະນັກງານ-ລັດຖະກອນອ້ອມຂ້າງເຂົ້າຮ່ວມ.
ການຈັດກິດແຂ່ງຂັນກີລາຄັ້ງນີ້ ເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຂອງພັກຂອງຊາດ ໂດຍສະເພາະການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນລາວປະຕິວັດລາວ ຄົບຮອບ 70 ປີ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລວມທັງຊາດ ຄົບຮອບ 105 ປີ ພ້ອມນີ້ຍັງເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 115 ປີ ເປັນການອອກແຮງແຂ່ງຂັນສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄະນະພັກຮາກພະແນກ ຖວທ ນວ ຄັ້ງທີ IV ທີ່ຈະຈັດຂື້ນໃນຕໍ່ໜ້ານີ້ ໃຫ້ເປັນຂະບວນຟົດຟຶ້ນ.


