ພະແນກ ຖວທ ນວ ອອກແຮງງານ ຕ້ອນຮັບວັນແມ່ຍິງສາກົນ ແລະ ກອງປະຊຸມໃຫຍ່ຂອງຕົນ
07/03/2025
ວັນພະຫັດ 06 ມີນາ 2025 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳແຂ່ງຂັນກີລາຕີບູນ ເພື່ອຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 115 ປີ ແລະ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານ ພະແນກ ຖວທ ນະຄອນຫຼວງວຽງຈັນ ທີ່ ໂຮງພິມນະຄອນຫຼວງວຽງຈັນ ໂດຍການນຳພາຂອງ ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ. ມີ ສາມອົງການຈັດຕັ້ງມະຫາຊົນ, ພະນັກງານອ້ອມຂ້າງພະແນກ ຖວທ ນວ ເຂົ້າຮ່ວມ.





