ຍົກລະດັບການອອກອະນຸຍາດດຳເນີນທຸລະກິດເອເລັກໂຕຣນິກ ແລະ ຖານຂໍ້ມູນສະຖິຕິ ທຸລະກິດທ່ອງທ່ຽວ
23/01/2025
ວັນທີ 22 ມັງກອນ 2025 ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ຈັດເຝິກອົບຮົມການອອກອະນຸຍາດດຳເນີນທຸລະກິດເອເລັກໂຕຣນິກ ແລະ ຖານຂໍ້ມູນສະຖິຕິ ທຸລະກິດທ່ອງທ່ຽວ ຄັ້ງທີ I ປະຈໍາປີ 2025 ໃຫ້ຂະແໜງທ່ອງທ່ຽວ 9 ຕົວເມືອງ ເປັນປະທານຂອງ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ມີບັນດາຕາງໜ້າຈາກແໜງການ ຄູເຝິກ ແລະ ນັກສໍາມະນາກອນ 9 ຕົວເມືອງ ເຂົ້າຮ່ວມ.
ການຈັດຕັ້ງຊຸດເຝິກອົບຮົມການອອກອະນຸຍາດດຳເນີນທຸລະກິດເອເລັກໂຕຣນິກ ແລະ ຖານຂໍ້ມູນສະຖິຕິ ທຸລະກິດທ່ອງທ່ຽວ ຄັ້ງທີ I ປະຈໍາປີ 2025 ເພື່ອແນໃສ່ໃນການອອກອະນຸຍາດດຳເນີນທຸລະກິດເອເລັກໂຕຣນິກ ແລະ ຖານຂໍ້ມູນສະຖິຕິທຸລະກິດທ່ອງທ່ຽວ ເທິງລະບົບອອນລາຍ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ ເພື່ອພັດທະນາດ້ານບຸກຄະລາກອນທີ່ຮັບຜິດຊອບວຽກຕົວຈິງ ຫຼື ເຮັດໜ້າທີ່ບໍລິການໃນຂົງເຂດທ່ອງທ່ຽວ ໃຫ້ມີພື້ນຖານຄວາມຮູ້ໃນການນຳໃຊ້ລະບົບດັ່ງ ກ່າວ.ການຈັດຕັ້ງເຝິກອົບຮົມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຝິເກອົບຮົມ ມີຈຳນວນທັງໝົດ 23 ທ່ານ ຍິງ 12 ທ່ານ ໃນຈໍານວນ 9 ເມືອງ ມີ 17 ທ່ານ ແລະ ຂະແໜງການ 6 ທ່ານ ຕະຫຼອດໄລຍະການເຝິກອົບຮົມໃນຄັ້ງເຫັນວ່າ ນັກສຳມະນາກອນມີຄວາມເອົາໃຈໃສ່ປະຕິບັດກົດລະບຽບການເຝິກອົບຮົມຢ່າງເຂັ້ມງວດ ຕັ້ງໃຈຮັບຟັງບົດຮຽນຈາກອາຈານ ແລະ ແລກ ປ່ຽນບົດຮຽນເຊີ່ງກັນ ແລະ ກັນ ລະຫວ່າງນັກສຳມະນາກອນດ້ວຍກັນ ຊຶ່ງສະແດງໃນພາກປະຕິບັດຕົວຈິງຢູ່ໃນຫ້ອງຮຽນ ແລະ ບົດຮຽນທີ່ອາ ຈານໄດ້ນຳມາສິດສອນ ໃນຄັ້ງນີ້ລ້ວນແຕ່ມີຄວາມສຳຄັນຕໍ່ການດຳເນີນທຸລະກິດດ້ານການບໍລິການ ແລະການນຳໃຊ້ເຂົ້າໃນວຽກຕົວຈິງຂອງຜູ້ທີ່ໄດ້ຜ່ານການເຝິກອົບຮົມ.

ທີ່ມາ: ວຽງຈັນໃໝ່

